ນາຍົກລັດທະມຸນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫລຸບ ຂະແໜງການກວດກາ

(VOVWORLD) -ຕອນບ່າຍວັນທີ 16 ມັງກອນຢູ່ຮ່າໂນ້ຍ, ອົງການກວດກາລັດຖະບານ ໄດ້ຈັດ ກອງປະຊຸມ ຜ່ານເຄືອຂ່າຍອິນເຕີເນັດ ລະຫວ່າງ 13 ແຂວງລະຄອນ ເພື່ອ ສະຫຼຸບ ຂະແໜງການກວດກາປີ2018 ແລະຜັນຂະຍາຍໜ້າທີ່ວຽກງານປີ 2019
ນາຍົກລັດທະມຸນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫລຸບ ຂະແໜງການກວດກາ - ảnh 1 ທ່ານນາຍົກລັດທະມົນຕີ ຫງວຽນຊວນຟຸກ

ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດທະມົນຕີ ຫງວຽນຊວນຟຸກ ໄດ້ ຕີລາຄາສູງ ອົງການກວດກາລັດຖະບານ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນ ໝາກຜົນການຕໍ່ສູ້ ແລະ ປ້ອງກັນ, ຕ້ານສໍ້ລາດບັງຫຼວງ, ປະຕິບັດບັນດາຄຳຊີ້ນຳ ຂອງ ຄະນະຊີ້ນຳການປ້ອງກັນ ແລະຕ້ານສໍ້ລາດບັງຫຼວງຂັ້ນສູນກາງ ຂອງ ການນຳລັດຖະບານໃນປີ 2018.  

     ກ່ຽວກັບໜ້າທີ່ໃນໄລຍະທີ່ຈະມາເຖິງ , ນາຍົກລັດທະມຸນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຄວນເອົາໃຈໃສ່ປັບປຸງບູລະນະການຈັດຕັ້ງ ກົງຈັກ ຂອງບັນດາອົງການ ກວດກາໃຫ້ ແຂງແຮງກວ່າເກົາ   ລວມທັງ ລະບຽບການ ຂອງຄະນະກວດກາ,  ຄວາມຮັບຜິດຊອບຂອງຫົວໜ້າຄະນະກວດກາ. ພະນັກງານກວດກາ ຕ້ອງເປັນແບບຢ່າງ, ເດັດຂາດບໍ່ມີການກະທຳຫຍໍ້ທໍ້, ສໍ້ລາດບັງຫຼວງ. ຍ້ອນເຫດນີ້ເອງ, ຄວນເພີ່ມທະວີການກວດກາ, ຕິດຕາມກວດກາຢູ່ ຢູ່ພາຍໃນ, ປັບໄໝ, ລົງໂທດລັດຖະກອນທີ່ລະເມີດກົດໝາຍຢ່າງເຂັ້ມງວດ, ສ້າງສະພາບເວດລອ້ມ ທີ່ດີແລະສ້າງຄວາມສາມັກຄີຢູ່ພາຍໃນ. 

ຕອບກັບ

ຂ່າວ/ບົດ​ອື່ນ