ນາຍທະຫານ 2 ຄົນເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ຊູດັງໃຕ້

(VOVWORLD) -ວັນທີ 20 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໜ້າທີ່ໃຫ້ນາຍທະຫານກອງທັບ 2 ຄົນເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້.

ນາຍທະຫານ 2 ຄົນເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ຊູດັງໃຕ້ - ảnh 1

ນາຍທະຫານ 2 ຄົນເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ຊູດັງໃຕ້ 

(ພາບ: vnexpress.net)

ນາຍທະຫານ 2 ຄົນແມ່ນ ພັນຕີ ເຈີນດຶກເຮືອງ ແລະ ຮ້ອຍເອກ ຫງວຽນຟູກດົງ ໄດ້ຖືກແຕ່ງຕັ້ງໄປປະຕິບັດໜ້າທີ່ເປັນຜູ້ສັງເກດການດ້ານການທະຫານຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຊູດັງໃຕ້.

        ທີ່ພິທີມອບຂໍ້ຕົກລົງ, ພົນໂທ ຟ້າມງອັກມິງ, ຮອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮຽກຮ້ອງໃຫ້ນາຍທະຫານ 2 ຄົນຕ້ອງກຳນົດໜ້າທີ່ເປັນຢ່າງດີ, ປະຕິບັດລະບຽບວິໄນຂອງກອງທັບ, ກົດໝາຍຂອງລັດຢ່າງເຂັ້ມງວດ. ພິເສດ, ບັນດາພົນທະຫານທີ່ປະຕິບັດຕາມລະບຽບການຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້; ກົດໝາຍ, ຮີດຄອງປະເພນີຂອງປະເທດປະຈຳຖິ່ນ. ນາຍທະຫານຄວນກຳແໜ້ນສະພາບການໂດຍໄວ, ປະຕິບັດໜ້າທີ່ໃຫ້ເປັນຢ່າງດີ, ແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ; ຮັກສາຄວາມສາມັກຄີພາຍໃນກັບຄະນະປະຕິບັດງານຂອງສະຫະຊາຊາດ, ປະຊາຊົນທ້ອງຖິ່ນ…

ຕອບກັບ

ຂ່າວ/ບົດ​ອື່ນ