ນາຍພົນປະຢຸດຈັນໂອຊາ ໄດ້ຮັບການເລືອກຕັ້ງ ເປັນນາຍົກລັດຖະມົນ ຕີຊົ່ວຄາວໄທ


ນາຍພົນປະຢຸດຈັນໂອຊາ ໄດ້ຮັບການເລືອກຕັ້ງ ເປັນນາຍົກລັດຖະມົນ ຕີຊົ່ວຄາວໄທ - ảnh 1
ນາຍ​ພົນ ປະ​ຢຸດ​ຈັນ​ໂອຊາ

(ພາບ: AFP)

(vovworld) –​​​​ວັນ​ທີ 21/8, ສະພາ​ແຫ່ງ​ຊາດ​ໄທ ​ໄດ້​ເລືອກ​ຕັ້ງຜູ້​ບັນຊາ​ການ​ທະຫານ​ບົກ, ນາຍ​ພົນ ປະ​ຢຸດ​ຈັນ​ໂອຊາ ​ເປັນນນາຍົກລັດຖະມົນຕີຊົ່ວຄາວ​ປະ​ເທດ​ນີ້. ທີ່​ການ​ປ່ອນ​ບັດ​ໄດ້​ຮັບ​ການ​ຖ່າຍທອດ​ສົດທາງ​ໂທລະພາບ​ແຫ່ງ​ຊາດ​ໄທ, ທ່ານ ​ປະ​ຢຸດ​ຈັນ​ໂອຊາ ອາຍຸ 60 ປີ, ຜູ້​ອອກ​ສະມັກ​ຮັບ​ເລືອກ​ຕັ້ງຄົນ​ດຽວ ຍາດ​ໄດ້ 191 ບັດ​ສະໜັບສະໜູນ​ໃນ​ຈຳນວນ​ສະມາຊິກ​ສະພາ​ແຫ່​ງຊາດ​ມີໜ້າທັງ​ໝົດ​ລວມ 194 ທ່ານ, ມີ 3 ທ່ານ​ປ່ອນ​ບັດ​ຂາວ. ທ່ານ ປະ​ຢຸດ​ຈັນ​ໂອຊາ ຈະ​ກາຍ​ເປັນ​ນາຍົກລັດຖະມົນຕີ​ໄທ ​ຢ່າງ​ເປັນ​ທາງ​ການພາຍຫຼັງ​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ​ຈາກ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າມະຫາ​ຊີວິດ ພູມມີ​ພົນ ​ອາດູ​ຍາ​ເດດ.

  ​ເລື່ອງ​ແຕ່ງຕັ້ງ​ທ່ານ ​ປະ​ຢຸດ​ຈັນ​ໂອຊາ ​ເປັນ​ນາ​ຍົກ​ລັດ​ຖະມົນຕີ ຈະ​ເປີດ​ທາງ​ໃຫ້​ແກ່​ການ​ສ້າງຕັ້ງລັດຖະບານ​ຊົ່ວ​ຄາວໄທ ​ໃນ 2, 3 ສັບປະດາ​ທີ່​ຈະ​ມາ​ເຖິງ. ກ່ອນ​ໜ້ານັ້ນ, ທ່ານ ​ປະ​ຢຸດ​ຈັນ​ໂອຊາ ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຫັນປ່ຽນ ​ເປັນ​ເວລາ 1 ປີ, ລັດຖະບານ​ຂອງ​ທ່ານ ຈະ​ສຸມ​ໃສ່​ປະຕິບັດ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການຈັດຕັ້ງການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ໃນ​ເດືອນ 10/2015 ຈະ​ມາ​ເຖິງ./.

 

ຂ່າວ/ບົດ​ອື່ນ