ນາໂຕ ບໍ່ລົງລອຍກັນກ່ຽວກັບກອງທຶນ 100 ຕື້ເອີໂລໜູນຊ່ວຍໃຫ້ແກ່ ຢູແກຼນ

(VOVWORLD) - ຮຸງກາຣີ ບໍ່ສາມາດນຳໃຊ້ພາສີຂອງປະຊາຊົນເພື່ອຮັບໃຊ້ຂໍ້ຕົກລົງທີ່ອາດສາມາດເພີ່ມຄວາມສ່ຽງເກີດສົງຄາມນີ້ໄດ້.
ນາໂຕ ບໍ່ລົງລອຍກັນກ່ຽວກັບກອງທຶນ 100 ຕື້ເອີໂລໜູນຊ່ວຍໃຫ້ແກ່ ຢູແກຼນ - ảnh 1ທ່ານເລຂາທິການໃຫຍ່ອົງການ ນາໂຕ Jens Stoltenberg
(ພາບ: Toute L'Europe)

        ວັນທີ 04 ເມສາ, ບັນດາປະເທດສະມາຊິກ ນາໂຕ ລະແວງສົງໄສ ແລະ ມີຄຳເຫັນແຕກຕ່າງກັນຕໍ່ການສະເໜີສ້າງຕັ້ງກອງທຶນ 100 ຕື້ເອີໂລ (108 ຕື້ USD) ເພື່ອໜູນຊ່ວຍກອງທັບ ຢູແກຼນ ໃນຮອບເວລາ 5 ປີຈະມາເຖິງຂອງທ່ານເລຂາທິການໃຫຍ່ອົງການ ນາໂຕ Jens Stoltenberg.

        ຕາມທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ Peter Szijjarto ແລ້ວ, ປະເທດນີ້ຍັງບໍ່ທັນພ້ອມທີ່ຈະປະກອບສ່ວນ ແລະ ກໍ່ບໍ່ສະໜັບສະໜູນເລື່ອງສ້າງຕັ້ງກອງທຶນການທະຫານ 100 ຕື້ ເອີໂລ ເພື່ອໜູນຊ່ວຍໃຫ້ກອງທັບ ຢູແກຼນ ໃນຮອບເວລາ 5 ປີຈະມາເຖິງ. ຮຸງກາຣີ ບໍ່ສາມາດນຳໃຊ້ພາສີຂອງປະຊາຊົນເພື່ອຮັບໃຊ້ຂໍ້ຕົກລົງທີ່ອາດສາມາດເພີ່ມຄວາມສ່ຽງເກີດສົງຄາມນີ້ໄດ້.

        ໃນຊ່ອງວິທະຍຸກະຈາຍສຽງແຫ່ງຊາດ ເຢຍລະມັນ, ທ່ານນາງ ລັດຖະມົນຕີການຕ່າງປະເທດ ເຢຍລະມັນ Annalena Baerbock ກໍ່ສະແດງຄວາມລະແວງສົງໄສກ່ຽວກັບກອງທຶນ 100 ຕື້ເອີໂລ ແລະ ເນັ້ນໜັກວ່າ ຄວາມຈຳເປັນແມ່ນຕ້ອງສ້າງ “ບັນດາກົນໄກທີ່ຍາວນານ, ມີຄວາມເປັນໜ້າໄວ້ເນື້ອເຊື່ອໃຈ” ເພື່ອໜູນຊ່ວຍ ຢູແກຼນ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ແອັດສະປາຍ José Manuel Albares ກໍ່ໄດ້ຕັ້ງຄຳຖາມວ່າ ຢູແກຼນ ຕ້ອງການຈຳນວນເງິນເທົ່າໃດເພື່ອປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະ ນາໂຕ ຕ້ອງຕົກລົງວ່າຈະເຮັດແນວໃດເພື່ອຕອບສະໜອງ.

ຕອບກັບ

ຂ່າວ/ບົດ​ອື່ນ