ນາໂຕ ຮຽກຮ້ອງແກ້ໄຂການຂັດແຍ້ງລະຫວ່າງ ອາເມລິກາ - ຕວກກີ ແລະ ບັນຫາ ສປປ.ເກົາຫຼີ

(VOVWORLD) - ວັນທີ 13 ຕຸລາ, ທ່ານເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg ໄດ້ກະຕຸກຊຸກຍູ້ ອາເມລິກາ ແລະ ຕວກກີ

ພ້ອມກັນຊອກຫາມາດຕະການໃຫ້ແກ່ວິກິດການໃນປັດຈຸບັນ ກ່ຽວກັບການພົວພັນລະຫວ່າງ 2 ສະມາຊິກຫຼັກແຫຼ່ງຂອງອົງການທະຫານປະສົມນີ້. ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ AFP ທີ່ສຳນັກງານຂອງ ນາໂຕ ຢູ່ ບຣຸກແຊນ ປະເທດ ແບນຊິກ, ທ່ານ Jens Stoltenberg ຮຽກຮ້ອງ ອາເມລິກາ ແລະ ຕວກກີ ພ້ອມກັນຊອກຫາມາດຕະການບໍ່ລົງລອຍກັນ.

        ກ່ຽວກັບບັນຫາ ສປປ.ເກົາຫຼີ, ທ່ານ Jens Stoltenberg ຖືວ່າ: ການແຊກແຊງດ້ານການທະຫານຕ້ານ ສປປ.ເກົາຫຼີ ຈະກໍ່ຜົນຮ້າຍຢ່າງໜັກໜ່ວງ, ດັ່ງນັ້ນ ຄວນສືບຕໍ່ຊຸກຍູ້ມາດຕະການຜ່ານການເຈລະຈາ. ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ຢືນຢັນວ່າ ນາໂຕ ບໍ່ມີແຜນການກະທຳດ້ານການທະຫານໃດໆ ຢູ່ແຫຼມ ເກົາຫຼີ  ແລະ ກໍ່ບໍ່ໄດ້ຮັບຄວາມຮຽກຮ້ອງຈາກ ຍີ່ປຸ່ນ ແລະ ສ.ເກົາຫຼີ ກ່ຽວກັບເລື່ອງດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ