ນຳການພົວພັນລະຫວ່າງຫວຽດນາມ-ກຳປູເຈຍຂຶ້ນສູ່ລະດັບສູງໃຫມ່

ນຳການພົວພັນລະຫວ່າງຫວຽດນາມ-ກຳປູເຈຍຂຶ້ນສູ່ລະດັບສູງໃຫມ່ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ສົມ​ເດັດ ຮຸນ​ແຊ​ນ
ແລະ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ
ພາບ:TTXVN

(vovworld)-​ ​ເນື່ອງ​ໃນ​ໂອ​ກາດ​ຢ້​ຽມ​ຢາມ​ ​ ກຳ​ປູ​ເຈຍ ທາງ​ລັດ​ຖະ​ກິດ ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໂດຍ​ທ່ານ​ປະ​ທານ​ປະ​ເທດ ເຈ​ືອງ​ເຕີນ​ຊາງ ນຳ​ຫນ້າ, ຫນັງ​ສື​ພິມ “Rexmay ກຳ​ປູ​ເຈຍ” ແປວ່າແສງ​ສະ​ຫວ່າງ​ກຳ​ປູ​ເຈຍ ສະ​ບັບ​ອອກວັນ​ທີ 23/12 ໄດ້​ລົງ​ພິມ​ບົດ​ຂຽນ​ທີ່​ມີ​ຫົວ​ຂ​ໍ​້​ວ່າ: “ນຳ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ-ກຳ​ປູ​ເຈຍ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່”. ບົດ​ຂຽນ​ໄດ້​ເນັ້ນ​ຫນັກ​ວ່າ: ໃນ​ຕະ​ຫລອດ​ໄລ​ຍະ​ປະ​ຫວັດ​ສາດ, ກຳ​ປູ​ເຈຍ ແລະ ຫວຽດ​ນາມ ໄດ້​ຮຽງ​ບ່າ​ຮຽງ​ໄຫລ່, ສາ​ມັກ​ຄີ, ຮ່ວມ​ມື, ແບ່ງ​ທຸກ​ແບ່ງ​ສຸກ​ນຳ​ກັນ, ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ ກັນ​ໃນ​ບັນ​ດາ​ການ​ຕໍ່​ຕ້ານ​ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ​ຂອງ​ແຕ່​ລ​ະປະ​ເທດ​ກໍ​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດປະ​ຈຸ​ບັນ. ສອງ​ຝ່າຍ​ລ້ວນ​ແຕ່​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ຫລາຍ​ຂົງ​ເຂດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ສອງ​ປະ​ເທດ. ປະ​ຈຸ​ບັນ ຫວຽດ​ນາມ ມີ 126 ໂຄງ​ການ​ລົງ​ທຶນ​ຢູ່​ ກຳ​ປູ​ເຈຍ ດ້ວ​ຍຍອດ​ທຶນ​ຈົດ​ທະ​ບຽນ​ກວ່າ 3 ຕື້ USD ​ແລະ ​ສຸມ​ໃສ່ໃນ​ຂົງ​ເຂດ​ປູກ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ, ຂຸດ​ຄົ້ນ​ບໍ່​ແຮ່, ສຳ​ຫລວດ, ຊອກ​ຫາ ແລະ ​ດຳ​ເນີນທຸ​ລະ​​ກິດຜະ​ລິດ​ຕະ​ພັນ​ນ້ຳ​ມັນ​ອາຍ​ແກ​ສ, ພັດ​ທະ​ນາ​ແຫລ່ງ​ໄຟ​ຟ້າ, ໂທ​ລະ​ຄົມ​ມະ​ນາ​ຄົມ, ທະ​ນາ​ຄານ, ການ​ເງິນ. ​ນັກ​ລົງ​ທຶນ​ຫວຽດ​ນາມຫລາຍ​ທ່ານ ບໍ່​ພຽງ​ແຕ່​ດຳ​ເນີນ​ທຸ​ລະ​ກິດ​ສຳ​ເລັດ​ຜົນ​ຢູ່ ກຳ​ປູ​ເຈຍ ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ ແລະ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ປະ​ຈຳ​ຖິ່ນ​ອີກ​ດ້ວຍ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ຫລຸດ​ຜ່ອນ​ຄວາມ​ອຶດ​ຫິວ​ທຸກ​ຍາກ​ຢູ່ ກຳ​ປູ​ເຈຍ. ​ຍາມ​ໃດ​ສອ​ງ​ປະ​ເທດ​ກໍ​ສົມ​ທົບ​ນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ຕັ້ງ​ຫນ້າ ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ເກີດ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ​ຢ່າງ​ເປັນ​ດີ, ຮັກ​ສາ​ການ​ລາດ​ຕ​ະ​ເວັນ​ບົນ​ທະ​ເລ, ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ການ​ຊອກ​ຫາ, ສົ່ງ​ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ ທີ່​ຖືກ​ເສຍ​ສະ​ຫລະ​ຊີ​ວິດ​ໃນ​ປາງ​ສົງ​ຄາມ​ຢູ່ ກຳ​ປູ​ເຈຍ ກັບ​ຄືນ​ເມືອ​ປະ​ເທດ. ບົດ​ຫນັງ​ສ​ື​ພິມ​ໄດ້​ຄັດ​ສະ​ເຫນີ​ຄຳ​ຢືນ​ຢັນ​ຂອງ ​ພະ​ບາດສົມ​ເດັດ ພະ​ບໍ​ລົມ​ມະ​ນຽດໂນ​ໂຣ​ດົມ ​ສີຫາ​​​ໂມ​ນີວ່າ: “ປະ​ຊາ​ຊົນ​ຫວຽດ​ນາມ ແມ່ນ​ເພື່ອນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ ກຳ​ປູ​ເຈຍ. ກຳ​ປູ​ເຈຍ ຈະ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ກາ​ນຮ່ວມ​ມື​ຮອບ​ດ້ານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ​ລະ​ຫວ່າງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ.

 

ຂ່າວ/ບົດ​ອື່ນ