ນຳການພົວພັນຫວຽດນາມ-ນິວຊີແລນຂຶ້ນສູ່ລະດັບສູງໃໝ່


    ນຳການພົວພັນຫວຽດນາມ-ນິວຊີແລນຂຶ້ນສູ່ລະດັບສູງໃໝ່  - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ແລະ ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ Murray McCuly ໄດ້ດຳ​ເນີນ​ການ​ເຈ​ລະ​ຈາ

(vovworld)- ໂດຍ​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ, ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ Murray McCuly ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 24-25/4. ຕອນ​ບ່າຍ​ວັນ​ທີ 24/4,  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ແລະ ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ Murray McCuly ໄດ້ດຳ​ເນີນ​ການ​ເຈ​ລະ​ຈາ. 2 ຝ່າຍ​ໄດ້​ຢືນ​ຢັນ​ຄືນ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຫວຽດ​ນາມ-ນິວ​ຊີ​ແລນ ແລະ ສະ​ແດງ​ຄວາມ​ຫວັງ​ສືບ​ຕໍ່​ປັບ​ປຸງ​ທ່າ​ພັດ​ທະ​ນາ​ເພື່ອ​ແນ​ໃສ່​ນຳ​ການ​ພົວ​ພັນ 2 ຝ່າຍ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. 2 ຝ່າຍ​ເຫັນ​ດີ​ຊຸກ​ຍູ້​ການ​ແລກ​ປ່ຽນ​ຄະ​ນ​ະ​ຜູ້​ແທນ ແລະ ພົບ​ປະ​ຂັ້ນ​ສູງ​ໃນ​ປີ 2017. 2 ຝ່າຍ​ຢືນ​ຢັນຄວາມ​ຕັດ​ສິນ​ໃຈ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ບົນ​ລຸ 1,7 ຕື້ USD ໃນ​ປີ 2020.

    ການ​ນຳ​ທັງ 2 ຢືນ​ຢັນ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື, ສົມ​ທົບ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ.  2 ຝ່າຍເຫັນ​ດີ​ຕໍ່​ການແກ້​ໄຂ​ການ​ຂັດ​ແຍ້ງ​​ສາ​ກົນ ໃນ​ນັ້ນ​ມີ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ​ພ້ອມ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງປະ​ຕິ​ບັດ​ຕາມ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC), ກ້າວ​ໄປ​ສູ່​ການ​ສ້າງ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.

ຕອບກັບ

ຂ່າວ/ບົດ​ອື່ນ