ນຳການພົວພັນຮ່ວມມື ຫວຽດນາມ - ຝລັ່ງ ໃຫ້ຂຶ້ນສູ່ລະດັບສູງໃໝ່

(VOVWORLD) - ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ລັດຖະບານ ຝລັ່ງ ສະໜັບສະໜູນ, ຊຸກຍູ້ຄະນະສະພາແຫ່ງຊາດ ຝລັ່ງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ
ນຳການພົວພັນຮ່ວມມື ຫວຽດນາມ - ຝລັ່ງ ໃຫ້ຂຶ້ນສູ່ລະດັບສູງໃໝ່ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານນາງ Catherine Colonna, ລັດຖະມົນຕີ ເອີລົບ ແລະ ການຕ່າງປະເທດຝລັ່ງ
(ພາບ: mofa.gov.vn)

        ໂດຍໄດ້ຮັບຄຳເຊີນຂອງທ່ານນາງ Catherine Colonna, ລັດຖະມົນຕີ ເອີລົບ ແລະ ການຕ່າງປະເທດຝລັ່ງ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໄປຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການແຕ່ວັນທີ 05-06 ມິຖຸນາ.

        ທີ່ການພົວປະສົນທະນາເຊິ່ງຈັດຂຶ້ນໃນວັນທີ 05 ມິຖຸນາ, ຢູ່ ປາຣີ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ລັດຖະບານ ຝລັ່ງ ສະໜັບສະໜູນ, ຊຸກຍູ້ຄະນະສະພາແຫ່ງຊາດ ຝລັ່ງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA), ຊຸກຍູ້ກຳມະການເອີລົບ (EC) ຍົກເລີກການກ່າວເຕືອນບັດເຫຼືອງ (IUU) ຂອງ EC ສຳລັບສິນໃນນ້ຳຂອງ ຫວຽດນາມ ໂດຍໄວ; ສະເໜີໃຫ້ ຝລັ່ງ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ເຊື່ອມໂຍງຢ່າງສຳເລັດຜົນ.

        ລັດຖະມົນຕີທັງ 2 ທ່ານໄດ້ຢືນຢັນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ ແລະ ຊຸກຍູ້ຂອບເຂດຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ ແລະ ສະຫະພາບເອີລົບ (ອີຢູ). ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ແບ່ງປັນຫຼັກໝັ້ນກ່ຽວກັບການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ເຄົາລົບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ນຳການພົວພັນຮ່ວມມື ຫວຽດນາມ - ຝລັ່ງ ໃຫ້ຂຶ້ນສູ່ລະດັບສູງໃໝ່ - ảnh 2ທ່ານລັດຖະມົນຕີ ບຸຍແທັງເຊີນ ພົບປະກັບທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ UNESCO
(ພາບ: UNESCO)

        ຕອນບ່າຍວັນດຽວກັນ, ຢູ່ ປາຣີ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ພົບປະ ແລະ ເຮັດວຽກກັບທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ອົງການສຶກສາວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO). ຢູ່ທີ່ນີ້, ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ, ຫວຽດນາມ ຈະອອກຮັບສະໝັກເລືອກຕັ້ງເປັນສະມາຊິກຄະນະກຳມະການມໍລະດົກໂລກ ອາຍຸການ 2023 – 2027 ແລະ ປາດຖະໜາວ່າ ຈະໄດ້ຮັບການສະໜັບສະໜູນຈາກຝ່າຍ UNESCO; ຊ່ວຍໃຫ້ຄຳປຶກສາດ້ານນະໂຍບາຍ, ແບ່ງປັນບົດຮຽນໃຫ້ແກ່ ຫວຽດນາມ ເພື່ອຟື້ນຟູເສດການພັດທະນາເສດຖະກິດ - ສັງຄົມ, ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກ…

ຕອບກັບ

ຂ່າວ/ບົດ​ອື່ນ