ນຳການພົວພັນຮ່ວມມືລະຫວ່າງຫວຽດນາມ - ອີຢູ ຂຶ້ນສູ່ລະດັບສູງໃໝ່

ນຳການພົວພັນຮ່ວມມືລະຫວ່າງຫວຽດນາມ - ອີຢູ ຂຶ້ນສູ່ລະດັບສູງໃໝ່ - ảnh 1
(ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC)
Jose Manuel Durao Barroso)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່າ​ນນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ, ວັນ​ທີ 25/08, ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC) Jose Manuel Durao Barroso ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທີ 2 ຂອງ​ທ່ານ​ປະທານ Jose Manuel Durao Barroso ​ເຖິງ​ຫວຽດນາມ, ​ເພີ່​ອ​ແນ​ໃສ່​​ເພີ່ມ​ທະວີ​ການ​ພົວພັນ​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​​ເອີ​ລົບ (ອີ​ຢູ), ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ 2 ຝ່າຍ​ຢ່າງ​ແຮງ. ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ EC ຄັ້ງ​ນີ້ ຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ການ​ພົວພັນ 2 ຝ່າຍ​ລະຫວ່າງ​ຫວຽດນາມ - ອີ​ຢູ ພວມ​ພັດທະນາ​ຢ່າ​ງ​ແຮງ ດ້ວຍ​​ເລື່ອງ 2 ຝ່າ​ຍລົງ​ນາມ​ສັນຍາ​ແມ່​ກ່ຽວ​ກັບ​ຄູ່​ຮ່ວມ​ມື ​ແລະ ການຮ່ວມ​ມື​ຮອບດ້ານ (PCA) ​ແລະ ​ເລີ່​ມ​ເຄື່ອນ​ໄຫວ​ດຳເນີນການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ອີ​ຢູ (EVFTA). 2 ຝ່າຍ​ໄດ້​ສິ້ນ​ສຸດຮອບ​ເຈລະຈາ​ EVFTA ເປັນ 8 ຄັ້ງ ດ້ວຍ​ໝາກຜົນ​ທີ່​ຕັ້ງໜ້າ ​ແລະ ຕັດສິນ​ໃຈ​ສຳເລັດ​ການ​ເຈລະຈາ​ໃນ​ເດືອນ 10 ຈະ​ມາ​ເຖິງ. ປະຈຸ​ບັນ, ຫວຽດນາມ ​ແລະ ອີ​ຢູ ພວມ​ມານະ​ພະຍາຍາມ​ສົມທົບ​ກັນ​ເພື່ອ​ໃຫ້​ຫວຽດນາມ ​ໄດ້​ຮັບການຮັບ​ຮູ້ຂໍ້ກຳນົດດ້ານ​​ເສດຖະກິດການ​ຕະຫຼາດ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ