ນຳການພົວພັນແບບພິເສດຫວຽດນາມ-ລາວເຂົ້າສູ່ລວງເລິກ,ມີຄຸນນະພາບແລະມີປະສິດທິຜົນ

ນຳການພົວພັນແບບພິເສດຫວຽດນາມ-ລາວເຂົ້າສູ່ລວງເລິກ,ມີຄຸນນະພາບແລະມີປະສິດທິຜົນ - ảnh 1
ທ່ານ ຮ່ວາງ​ບີ​ງກວນ​ ຫົວໜ້າ​ຄະ​ນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ

(vovworld) – ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ອນ​ທີ່​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ລາວ ຢ່າງເປັນທາງການຂອງ​ທ່ານ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານ ຮ່ວາງ​ບີ​ງກວນ​ ຫົວໜ້າ​ຄະ​ນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​​ເນັ້ນ​ໜັກ​ວ່າ: ການ​ພົວພັນ ຫວຽດນາມ - ລາວ ​ແມ່ນ​ການ​ພົວພັນສາມັກຄີ​ແບບ​ພິ​ເສດ. ນີ້​​ແມ່ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ​ແມ່​ນຊັບ​ສົມບັດ​ລວມອັນ​ລ້ຳຄ່າ​ຂອງ 2 ຊາດ, ​ແມ່ນ​ປັດ​ໃຈຮັບປະກັນ​ໄຊຊະນະ​ຂອງ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ປັບປຸງ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ໃນ​ໂລກ. ທ່ານ ຮ່ວາງ​ບີ​ງກວນ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາ ລາວ ​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທິ 12. ​ເລື່ອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ​ເລືອກ​ເຟັ້ນ ລາວ ​ເປັນ​ປະ​ເທດ​ທຳ​ອິດ​​ໄປ​ຢ້ຽມຢາມ ​ແມ່ນ​ສະ​ແດງໃຫ້ເຫັນວ່າ ​ພັກ ​ແລະ ລັດ ຫວຽດນາມຖືການ​ພົວພັນ​ສາມັກ​ຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ເປັນສຳຄັນທີ່ສຸດ. ນີ້​ແມ່ນ​ໂອກາດ ​ເພື່ອ​ໃຫ້ການ​ນຳ​ສູງ​ສຸດ​ຂອງ 2 ພັກ, 2 ລັດ​ແລກປ່ຽນ, ​ເຫັນ​ດີ​ເປັນ​ເອກະ​ພາບ​ບັນດາ​ທິດທາງ​ໃຫຍ່​ກ່ຽວ​ກັບ​ການ​ຮ່ວມ​ມື​ໃຫ້​ທັງອະ​ຍຸ​ການ, ກຳນົດ​ບັນດາ​ຈຸດ​ສຸ​ມໃນການ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ໃຫ້ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​​ເລິກ​, ມີຄຸນ​ນະພາ​ບ ​ແລະ ມີ​ປະສິດທິ​ຜົນ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຈະ​ມີ​ບັນດາ​ການ​ເຈລະຈາ​ສຳຄັນ​ກັບ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ; ພົບ​ປະ​ກັບ​ຜູ້ນຳອື່ນໆຂອງ​ລາວ…​ເນື່ອງ​ໃນ​ໂອກາດ​ນີ້ 2 ຝ່າຍ​ຈະ​ລົງ​ນາມ​​ໃນ​ເອກະສານ​ຮ່ວມ​ມື​ລະຫວ່າ 2 ພັກ, 2 ລັດ ຫລາຍ​ສະບັບ.​ ​

ຂ່າວ/ບົດ​ອື່ນ