ນ້ຳ​ຖ້ວມ​ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່ ເຄັນ​ຢາ ແລະ ໂຊ​ມາ​ລີ

(VOVWORLD) - ສະພາກາແດງ ເຄັນຢາ ໃຫ້ຮູ້ວ່າ ມີ 18 ໃນຈຳນວນ 47 ແຂວງ ຢູ່ ເຄັນຢາ ຖືກຜົນກະທົບຈາກໄພນ້ຳຖ້ວມ. 
ນ້ຳ​ຖ້ວມ​ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່ ເຄັນ​ຢາ ແລະ ໂຊ​ມາ​ລີ - ảnh 1ຢູ່ Mombasa, ເຄັນຢາ ວັນທີ 3/11/2023 (ພາບ: TTXVN)

ເຄັນຢາ ພວມດິ້ນຮົນກັບການຮັບມືກັບຜົນຕາມມາຂອງໄພນ້ຳຖ້ວມ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 38 ຄົນ ແລະ ມີປະມານ 30.000 ຄົນ ໃນທົ່ວປະເທດ ຕ້ອງຍົກຍ້າຍໄປບ່ອນປອດໄພໃນ 2 ອາທິດຜ່ານມາ. ສະພາກາແດງ ເຄັນຢາ ໃຫ້ຮູ້ວ່າ ມີ 18 ໃນຈຳນວນ 47 ແຂວງ ຢູ່ ເຄັນຢາ ຖືກຜົນກະທົບຈາກໄພນ້ຳຖ້ວມ, ໃນນັ້ນ ຮ້າຍແຮງທີ່ສຸດແມ່ນຊຸມຊົນຢູ່ເຂດດິນແຫ້ງແລ້ງ ແລະ ເຄິ່ງແຫ້ງແລ້ງຄື ບັນດາເຂດ Tana River, Makueni, Wajir, Isiolo, Marsabit và Mandera.

        ໃນຂະນະນັ້ນ, ຢູ່ ໂຊມາລີ, ວັນທີ 12 ພະຈິກ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ Daud Aweis ໃຫ້ຮູ້ວ່າ ຝົນຕົກໜັກໄດ້ພາໃຫ້ເກີດນ້ຳແກ່ງນ້ຳຊຸ ຢູ່ປະເທດນີ້ ເຮັດໃຫ້ມີປະມານ 500.000 ຄົນ ຕ້ອງປະລະເຮືອນຊານ ຍ້າຍໄປບ່ອນປອດໄພ ແລະ ມີຜູ້ເສຍຊີວິດກວ່າ 30 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ