ນຳທະເລ, ໝູ່ເກາະ ຫວຽດນາມ ມາສູ່ປະຊາຄົມຊາວ ຫວຽດນາມ ຢູ່ລັດເຊຍ

(VOVWORLD) -ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳສະຫະພັນລັດເຊຍ, ສູນການຄ້າອາເນກປະສົງ “ຮ່າໂນ້ຍ - ມົດສະກູ” ຈັດງານວາງສະແດງຮູບພາບ ແລະ ເອົາເອກະສານ, ວັດຖຸພັນ “ປະເທດຊາດ, ຊາວ ຫວຽດນາມ - ສັງເກດຈາກທະເລ, ໝູ່ເກາະ” ແຕ່ວັນທີ 22-25 ພະຈິກ. 

ນຳທະເລ, ໝູ່ເກາະ ຫວຽດນາມ ມາສູ່ປະຊາຄົມຊາວ ຫວຽດນາມ ຢູ່ລັດເຊຍ - ảnh 1ຕາງໜ້າກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳສະຫະພັນລັດເຊຍ, ສູນການຄ້າອາເນກປະສົງ “ຮ່າໂນ້ຍ - ມົດສະກູ” ຕັດແຖບຜ້າໄຂງານບຸນ (ພາບ: TTXVN) 

ງານວາງສະແດງຮູບພາບມີ 5 ຫົວຂໍ້: ທະເລ - ສະພາບແວດລ້ອມແຫ່ງການຄົງຕົວຂອງປະຊາຄົມຊາວຫວຽດນາມດໍາລົງຊີວິດພ້ອມກັບທະເລ, ໝູ່ເກາະ; ຫວຽດນາມ ຜ່ານມູນມອງຂອງສື່ມວນຊົນ; ນໍາໃຈໄມຕີຈິດມິດຕະພາບ ຫວຽດນາມ - ລັດເຊຍ; ສິ່ງຍອດຢ້ຽມຂອງຫວຽດນາມ… ນອກຈາກ 5 ຫົວຂໍ້ຫຼັກ ທີ່ໄດ້ນຳມາສະແດງໃນງານ, ຜູ້ຊົມຍັງໄດ້ຮັບການແນະນຳກ່ຽວກັບບັນດາຮູບສະແຕມປະຊາຄົມບັນດາເຜົ່າຫວຽດນາມ; ແຜນທີ່ທ່ອງທ່ຽວຫວຽດນາມ… ຄຽງຄູ່ກັນນັ້ນ, ພາຍໃນງານຍັງໄດ້ວາງສະແດງພາບແຕ້ມຈຳນວນ 20 ແຜ່ນ ດ້ວຍຫົວຂໍ້ “ປະຫວັດສາດຫວຽດນາມໂດຍສັງເຂບ”.

ຕອບກັບ

ຂ່າວ/ບົດ​ອື່ນ