ນຳບັນດາຂົງເຂດຮ່ວມມືລະຫວ່າງ ຫວຽດນາມ ແລະ ອິນເດຍ ເຂົ້າສູ່ສະພາບຕົວຈິງ ແລະ ມີປະສິດທິຜົນກວ່າອີກ

(VOVWORLD) -ຕອນບ່າຍວັນທີ 16/10, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການຮ່ວມມື ຫວຽດນາມ - ອິນເດຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດເຕັກໂນໂລຊີ.
ນຳບັນດາຂົງເຂດຮ່ວມມືລະຫວ່າງ ຫວຽດນາມ ແລະ ອິນເດຍ ເຂົ້າສູ່ສະພາບຕົວຈິງ ແລະ ມີປະສິດທິຜົນກວ່າອີກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar

     ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຢືນຢັນເລື່ອງຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອິນເດຍ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ກະຊວງການຕ່າງປະເທດ 2 ປະເທດສົມທົບກັນມານະພະຍາຍາມ, ກະກຽມເປັນຢ່າງດີໃຫ້ແກ່ບັນດາການເຄື່ອນໄຫວ, ຮັກສາບັນດາກົນໄກຮ່ວມມື 2 ຝ່າຍຢ່າງສະເໝີ, ຕັ້ງໜ້ານຳບັນດາຂົງເຂດຮ່ວມມືເຂົ້າສູ່ສະພາບຕົວຈິງ ແລະ ມີປະສິດທິຜົນກວ່າອີກ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ ອິນເດຍ ຊຸກຍູ້ບັນດາວິສາຫະກິດໃຫຍ່ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດຍຸດທະສາດສຳຄັນຄື: ພື້ນຖານໂຄງລ່າງ, ທ່າກຳປັ່ນ, Logistics, ການຊອກຫາ ແລະ ຂຸດຄົ້ນນ້ຳມັນອາຍແກດ, ພະລັງງານທົດແທນ.

     ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar ຢືນຢັນວ່າ ອິນເດຍ ຖື ຫວຽດນາມ ແມ່ນຄູ່ຮ່ວມມື ສຳຄັນຂອງພາກພື້ນ ໃນການປະຕິບັດນະໂຍບາຍ “ກະທຳມຸ່ງໄປສູ່ທິດຕາເວັນອອກ” ແລະ ເນັ້ນໜັກ ວ່າ ອິນເດຍ ປາດຖະໜາຢາກສືບຕໍ່ຊຸກຍູ້ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ