ນຳ​ບຸນ​ເຕັດ​ທີ່​ອົບ​ອຸ່ນ​ມາ​ໃຫ້​ຄົນ​ເຈັບ ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

(VOVWORLD) - ຕອນບ່າຍວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ, ອົງການ ປະກັນສັງຄົມ ຫວຽດນາມໄດ້ຈັດລາຍການ “ນຳບຸນເຕັດທີ່ອົບອຸ່ນມາໃຫ້ຄົນເຈັບ ທີ່ປະສົບກັບຄວາມຫຍຸ້ງຍາກ - ລະດູບານໃໝ່ປີແມວ 2023”.

ນຳ​ບຸນ​ເຕັດ​ທີ່​ອົບ​ອຸ່ນ​ມາ​ໃຫ້​ຄົນ​ເຈັບ ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ - ảnh 1ລາຍການ “ນຳບຸນເຕັດທີ່ອົບອຸ່ນມາໃຫ້ຄົນເຈັບ ທີ່ປະສົບກັບຄວາມຫຍຸ້ງຍາກ - ລະດູບານໃໝ່ປີແມວ 2023” (ພາບ: VOV)

ລາຍການໄດ້ມອບຂອງຂວັນໃຫ້ແກ່ຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກ ຕ້ອງນອນໂຮງໝໍປິ່ນປົວໃນໂອກາດບຸນເຕັດ ຢູ່ບັນດາໂຮງໝໍໃນທົ່ວປະເທດ. ຢູ່ຂັ້ນສູງກາງ, ນັບແຕ່ວັນທີ 30 ທັນວາ ປີ 2022 ມາຮອດປັດຈຸບັນ, ບັນດາຄະນະປະຕິບັດງານຂອງອົງການປະກັນສັງຄົມ ຫວຽດນາມໄດ້ໄປໂຮງໝໍຂັ້ນສູນກາງ ເພື່ອມອບຂອງຂວັນໃຫ້ແກ່ຄົນເຈັບທຸກຍາກ. ທ່ານ ຫງວຽນເທ໊ແມ້ງ, ຫົວໜ້າອົງການປະກັນສັງຄົມ ຫວຽດນາມ ແບ່ງປັນວ່າ:

  ຫວັງວ່າຂອງຂວັນເລັກໆນ້ອຍໆທີ່ໄດ້ມາຈາກພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານໃນຂະແໜງປະກັນສັງຄົມ ຫວຽດນາມ ຈະສືບຕໍ່ເພີ່ມກຳລັງໃຈ, ຄວາມອົບອຸ່ນ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມຫວັງໃຫ້ແກ່ຄົນເຈັບເພື່ອຈະໄດ້ຕ້ອນຮັບບຸນເຕັດຢ່າງສະຫງົບສຸກ, ອົບອຸ່ນ, ເຕັມໄປດ້ວຍຄວາມຮັກແພງ. ພວກຂ້າພະເຈົ້າບໍ່ພຽງແຕ່ມອບຂອງຂວັນອັນອົບອຸ່ນໃຫ້ແກ່ບັນດາຄົນເຈັບເທົ່ານັ້ນ ຫາກຍັງແມ່ນຄວາມເຫັນອົກເຫັນໃຈ, ການແບ່ງປັນນ້ຳໃຈຄວາມຮັກແພງ, ການກະທຳອັນສູງສົ່ງ, ແມ່ນການເຄື່ອນໄຫວສືບທອດມູນເຊື້ອອັນດີງາມຂອງຊົນຊາດ, ນຳມາເຊິ່ງຄວາມໝາຍມະນຸດສະທຳ, “ຮັກແພງມະນຸດຄືດັ່ງຮັກຕົນເອງ”.

ໂດຍຕາງໜ້າບັນດາໂຮງໝໍທີ່ໄດ້ຮັບຂອງຂວັນຈາກອົງການປະກັນສັງຄົມ ຫວຽດນາມ, ທ່ານຮອງສາດສະດາຈານ, ປ.ອ ຫງວຽນແມ້ງແຄງ, ຮອງຜູ້ອຳນວຍການໂຮງໝໍມິດຕະພາບ ຫວຽດນາມ ເຢຍລະມັນ ໃຫ້ຮູ້ວ່າ ນີ້ແມ່ນລາຍການທີ່ມີຄວາມໝາຍເຊິ່ງ ອົງການປະກັນສັງຄົມ ຫວຽດນາມ ໄດ້ຮ່ວມເດີນທາງກັບບັນດາໂຮງໝໍ, ຄົນເຈັບ, ປະກອບສ່ວນລະດົມກຳລັງໃຈທາງດ້ານຈິດໃຈ ແລະ ວັດຖຸ ໃຫ້ແກ່ຄົນເຈັບ ແລະ ພໍ່ແມ່ພີ່ນ້ອງຂອງເຂົາເຈົ້າເມື່ອບຸນເຕັດວຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ