ນຳ​​ວຽກ​ງານ​ການ​ທູດ​​ປະ​ຊາ​ຊົນ​ກາຍ​ເປັ​ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ການທູດ ຫວຽດ​ນາມ ຮອບ​ດ້ານ, ທັນ​ສະ​ໄໝ

(VOVWORLD) -ວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດງານພົບປະສັງສັນກັບສື່ມວນຊົນ ເນື່ອງໃນໂອກາດຕົ້ນລະດູບານໃໝ່ ປີຂານ 2022 ໂດຍທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນ ເປັນປະທານ.
ນຳ​​ວຽກ​ງານ​ການ​ທູດ​​ປະ​ຊາ​ຊົນ​ກາຍ​ເປັ​ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ການທູດ ຫວຽດ​ນາມ ຮອບ​ດ້ານ, ທັນ​ສະ​ໄໝ - ảnh 1ທ່ານນາງປະທານ ຫງວຽນເຟືອງງາ ລາຍງານໝາກຜົນການເຄື່ອນໄຫວການທູດໃນປີຜ່ານມາ

ລາຍງານໂດຍສັງເຂບກ່ຽວກັບໝາກຜົນການເຄື່ອນໄຫວການທູດໃນປີຜ່ານມາ, ທ່ານນາງປະທານ ຫງວຽນເຟືອງງາ ເນັ້ນໜັກວ່າ ວຽກງານການທູດປະຊາຊົນຂອງ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ປີ 2021 ໄດ້ຜັນຂະຫຍາຍໃນສະພາບການທີ່ພິເສດ. ພ້ອມກັບບັນດາກຳລັງເຮັດວຽກງານການທູດປະຊາຊົນ, ທົ່ວລະບົບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມານະພະຍາຍາມ, ເປັນເຈົ້າການປັບຕົວໃຫ້ເຂົ້າກັບສະພາບການໃໝ່, ປ່ຽນແປງໃໝ່ແບບວິທີ, ຍົກສູງຄຸນນະພາບການເຄື່ອນໄຫວ ແລະ ປະຕິບັດສຳເລັດເກືອບທັງໝົດເປົ້າໝາຍ ແລະ ໜ້າທີ່ໄດ້ວາງອອກ.

        ໃນຜົນສຳເລັດລວມນັ້ນ ໄດ້ມີການຮ່ວມເດີນທາງຂອງບັນດາອົງການສື່ມວນຊົນ. ປີ 2022, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫວັງວ່າ ຈະສືບຕໍ່ສົມທົບກັບບັນດາອົງການສື່ມວນຢ່າງແໜ້ນແຟ້ນກວ່າ ເພື່ອຊຸກຍູ້ການທູດປະຊາຊົນ ໃຫ້ກາຍເປັນໜຶ່ງໃນສາມເສົາຄ້ຳຂອງພື້ນຖານການທູດ ຫວຽດນາມ ຢ່າງຮອບດ້ານ ແລະ ທັນສະໄໝ.

ແອັງຮວ່ຽນ

ຕອບກັບ

ຂ່າວ/ບົດ​ອື່ນ