ນຳສັນຍາປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດກາຍເປັນການກະທຳ

ນຳສັນຍາປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດກາຍເປັນການກະທຳ - ảnh 1
ລັດຖະມົນຕີກະຊວງສິ່ງແວດລ້ອມບັນດາປະເທດ ຈີ 7 ຖ່າຍຮູບທີ່ກອງປະຊຸມຢູ່ Toyama, ປະເທດ ຍີ່ປຸ່ນ
(ພາບ: Kyodo/TTXVN)

(vovworld) –   ​ພາຍຫຼັງ​ບັນດາ​ປະ​ເທດ​ບັນລຸ​ໄດ້​ສັນຍາ​ປາຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເປັນ​ເວລາ 5 ​ເດືອນ, ວັນ​ທີ 16/5, ວົງ​ການ​ເຈົ້າ​ໜ້າ​ທີ່​ການ​ທູດ​ບັນດາ​ປະ​ເທດ​ສະມາຊິກ​ຂຶ້ນກັບ ສປຊ ​​ເລີ່​ມ​ດຳ​ເນີນ​ການ​ເຈລະຈາ​ຮອບ​ໃໝ່​ດ້ວຍຈຸດໝາຍ​ຫັນ​ເອກະສານ​ດັ່ງກ່າວເປັນ​​ແຜນການ​ດຳ​ເນີນ​ງານ​ທີ່ມີ​ລັກສະນະ​ເປັນ​ໄປ​ໄດ້. ກ່າວຄຳ​ເຫັນ​ໄຂ​ກອງ​ປະຊຸມ​ຄາດ​ວ່າ​ຈະ​ແກ່ຍາວ​ເປັນ​ເວລາ 10 ວັນ​ຢູ່​ນະຄອນ Bonn, ປະ​ເທດ ​ເຢຍລະ​ມັນ, ທ່ານ​ນາງ Christiana Figueres, ​ເລຂາທິການ​ໃຫຍ່​ສົນທິສັນຍາ​ແມ່ ສປຊ ກ່ຽວ​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ (UNFCCC), ​ເນັ້ນ​ໜັກ​ວ່າ “ທົ່ວ​ໂລກ​​ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ບັນດາ​ຄຳໝັ້ນ​ສັນຍາ​ສຳລັບ​ບັນດາ​ຈຸດໝາຍ​ທົ່ວ​ໂລກ ​ເຊິ່ງລະບຸ​ໄວ້​ໃນ​ສັນ​ຍາ ປາ​ຣີ” ​ແລະ “ປະຈຸ​ບັນ, ພວກ​ເຮົາ​ຕ້ອງ​ສ້າງ​ວິວັດ​ທະ​ນາ​ການ​ລະອຽດ​ໃຫ້​ແກ່​ເສັ້ນ​ທາງ​ມຸ່ງ​ໄປ​ເຖິງ​ອະນາຄົດ, ທີ່​ມີຄວາມ​ປອດ​ໄພວັດ​ຖະນາ​ຖາວອນ ​ແລະ ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ດິນ​ຟ້າ​ອາກາດ ​​ເຊິ່ງ​ພວກ​ເຮົາ​ຕ່າງ​ກໍ່ປາດ​ຖະໜາ”. ຄາ​ດວ່າ, ຮອບ​ເຈລະຈາ​ໃໝ່​ກ່ຽວ​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ​້າອາກາດ  ສປຊ ຈະ​ແກ່​ຍາວ​ຮອດ​ວັນ​ທີ 26/5, ​ໃນ​ນັ້ນ​ກໍ່​ຈະ​ວາງ​​ບັນດາ​ໜ້າ​ທີ່​ຕໍ່​ໄປ​ໃຫ້​ແກ່​ກອງ​ປະຊຸມ​ຂັ້ນ​ສູງທີ່ຈັດ​ຕັ້ງ​ໃນ​ເດືອນ 11 ຈະ​ມາ​ເຖິງ​ຢູ່​ນະຄອນ Marrakesh, ປະ​ເທດ Moroc.

ຂ່າວ/ບົດ​ອື່ນ