ນຳສະເໜີແຜນການຄ້າປະຫວັດສາດເຊື່ອມຕໍ່ EU - ພາກພື້ນຕາເວັນອອກກາງ - ອິນເດຍ

(VOVWORLD) - ອາເມລິກາ, ອາຣັບບິ ຊາອຸດິ, ສະຫະພາບເອີລົບ (ອີຢູ), ສະຫະລັດ ອາຣັບ ເອມີເລັດ (UAE) ແລະ ຫຼາຍປະເທດອື່ນໄດ້ຍົກອອກຂໍ້ລິເລີ່ມເຊື່ອມຕໍ່ເສັ້ນທາງລົດໄຟ, ທ່າກຳ່ປັ່ນ, ຕາໜ່າງໄຟຟ້າ ແລະ ຂໍ້ມູນກໍ່ຄືລະບົບທໍ່ສົ່ງອາຍ hydro.
ນຳສະເໜີແຜນການຄ້າປະຫວັດສາດເຊື່ອມຕໍ່ EU - ພາກພື້ນຕາເວັນອອກກາງ - ອິນເດຍ - ảnh 1ນາຍົກລັດຖະມົນຕີ Narendra Modi  ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:AFP/TTXVN)

ຢູ່ນອກກອງປະຊຸມກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ ແຖວໜ້າຂອງໂລກ (G20) ທີ່ນີວເດລີ (ປະເທດ ອິນເດຍ), ວັນທີ 9 ກັນຍາ, ສຳພັນທະມິດປະກອບດ້ວຍຫຼາຍປະເທດ ພ້ອມກັບ ອິນເດຍ ໄດ້ປະກາດແຜນການທີ່ເຕັມໄປ ດ້ວຍ ຄວາມມັກໃຫຍ່ໄຝ່ສູງ ເພື່ອແນໃສ່ສ້າງເສັ້ນທາງ ເຄື່ອງປຸງ (Spice Route) ທີ່ເຊື່ອມຕໍ່ ເອີລົບ, ຕາເວັນອອກກາງ ແລະ ອິນເດຍ, ຊຸກຍູ້ການພົວພັນການຄ້າ ດ້ວຍບັນດາຜົນກະທົບ ພູມສາດການເມືອງໃນຂອບເຂດກ້ວາງຂວາງ.

          ອາເມລິກາ, ອາຣັບບິ ຊາອຸດິ, ສະຫະພາບເອີລົບ (ອີຢູ), ສະຫະລັດ ອາຣັບ ເອມີເລັດ (UAE) ແລະ ຫຼາຍປະເທດອື່ນໄດ້ຍົກອອກຂໍ້ລິເລີ່ມເຊື່ອມຕໍ່ເສັ້ນທາງລົດໄຟ, ທ່າກຳ່ປັ່ນ, ຕາໜ່າງໄຟຟ້າ ແລະ ຂໍ້ມູນກໍ່ຄືລະບົບທໍ່ສົ່ງອາຍ hydro.

          ບັນດາຝ່າຍລົງນາມ ປາດຖະໜາວ່າ ແຜນການນີ້ ຈະຊ່ວຍເຊື່ຶອມໂຍງ ຕະຫຼາດ ກ້ວາງໃຫຍ່ທີ່ມີພົນລະເມືອງ 1,4 ຕື້ ຄົນຂອງ ອິນເດຍ ກັບບັນດາປະເທດທາງທິດຕາເວັນຕົກ, ພ້ອມທັງຊຸກຍູ້ພື້ນຖານເສດຖະກິດຕາເວັນອອກກາງ ແລະ ຊຸກຍູ້ການຫັນການພົວພັນ ລະຫວ່າງ ອິດສະຣາແອນ ແລະ ບັນດາປະເທດ ອາຣັບ ຢູ່ ເຂດອ່າວເບີເຊຍ ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ