ນຳເຂດເສດຖະກິດ ຮ່ອນລາ ໃຫ້ກາຍເປັນສູນພະລັງງານໃໝ່ຂອງ ຫວຽດນາມ

(VOVWORLD) - ເຂດເສດຖະກິດ ຮ່ອນລາ ມີຄວາມສາມາດບົ່ມຊ້ອນ, ທ່າແຮງ ເພື່ອພັດທະນາພະລັງງານສະອາດ, ພິເສດແມ່ນໄຟຟ້າແຮງລົມຢູ່ເຂດແຄມຝັ່ງ ແລະ ນອກຊາຍຝັ່ງທະເລ.
ນຳເຂດເສດຖະກິດ ຮ່ອນລາ ໃຫ້ກາຍເປັນສູນພະລັງງານໃໝ່ຂອງ ຫວຽດນາມ - ảnh 1(ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວັນແອັງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບບັນດາຫົວໜ່ວຍຢູ່ທ່າກຳປັ່ນ ຮ່ອນລາ)

        ຕອນບ່າຍວັນທີ 20 ເມສາ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫວຽດນາມ ເຈິ່ນຕວັນແອັງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາຫົວໜ່ວຍຢູ່ທ່າກຳປັ່ນ ຮ່ອນລາ, ເມືອງ ກວາງແຈກ, ແຂວງ ກວາງບິ່ງ. ທີ່ການເຮັດວຽກ, ທ່ານ ເຈິ່ນຕວັນແອັງ ຕີລາຄາວ່າ ເຂດເສດຖະກິດ ຮ່ອນລາ ມີຄວາມສາມາດບົ່ມຊ້ອນ, ທ່າແຮງ ເພື່ອພັດທະນາພະລັງງານສະອາດ, ພິເສດແມ່ນໄຟຟ້າແຮງລົມຢູ່ເຂດແຄມຝັ່ງ ແລະ ນອກຊາຍຝັ່ງທະເລ. ທ່ານ ເຈິ່ນຕວັນແອັງ, ເນັ້ນໜັກວ່າ:

        “ສຳລັບຍຸດທະສາດເສດຖະກິດທະເລ ເຊິ່ງມະຕິຂອງູນກາງພັກໄດ້ປະກາດໃຊ້ ກໍ່ກຳນົດຢ່າງຈະແຈ້ງເຖິງເນື້ອໃນພື້ນຖານ ແລະ ຄວາມຮຽກຮ້ອງພັດທະນາ, ບົດບາດກຳລັງໜູນຂອງບັນດາເຂດເສດຖະກິດທະເລ. ໃນນັ້ນ, ເຂດເສດຖະກິທະເລ ຮ່ອນລາ ກໍ່ແມ່ນໜຶ່ງໃນຈຳນວນ 16 ເຂດເສດຖະກິດທະເລ ເຊິ່ງນາຍົກລັດຖະມົນຕີອະນຸມັດຜ່ານ. ຂ້າພະເຈົ້າໄດ້ຕັ້ງຄວາມຫວັງວ່າ ເສດຖະກິດ ຮ່ອນລາ ຈະກາຍເປັນໃຈກາງພະລັງງານໃໝ່, ສະອາດໃຫ້ແກ່ແຂວງ, ພາກພື້ນ ແລະ ປະເທດຊາດ”.

        ທ່ານ ເຈິ່ນຕວັນແອັງ ກໍ່ສະເໜີໃຫ້ອຳນາດການປົກຄອງແຂວງ ກວາງບິ່ງ ທຸກຂັ້ນ ສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນມີຄວາມສາມາດບົ່ມຊ້ອນມາສຳຫຼວດ. ທາງແຂວງຕ້ອງມີບົດລາຍງານຍື່ນສະເໜີຕໍ່ລັດຖະບານ, ຄະນະເສດຖະກິດສູນກາງຄົ້ນຄວ້າ, ສືບຕໍ່ສົມທົບກັນ, ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນໃນການພັດທະນາໄຟຟ້າແຮງລົມ ແລະ ໄຟຟ້າແຮງລົມນອກຊາຍຝັ່ງ ຢູ່ເຂດເສດຖະກິດ ຮ່ອນລາ ຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ