ນຳເຂົ້າເຄື່ອນໄຫວປະຕູກວດກາການເຂົ້າອອກເມືອງແບບອັດຕະໂນມັດຢູ່ທ່າອາກາດສະຍານສາກົນ ກາມແຣງ

(VOVWORLD) -ກົມຄຸ້ມຄອງການເຂົ້າອອກເມືອງ, ກະຊວງ ຕຳຫລວດ ຫາກໍ່ນຳເຂົ້າເຄື່ອນໄຫວລະບົບປະຕູກວດກາການເຂົ້າອອກເມືອງແບບອັດຕະໂນມັດ (Autogate)ຢູ່ ທ່າອາກາດສະຍານສາກົນ ກາມແຣງ ແຂວງ ແຄງຮ່ວາ.
ນຳເຂົ້າເຄື່ອນໄຫວປະຕູກວດກາການເຂົ້າອອກເມືອງແບບອັດຕະໂນມັດຢູ່ທ່າອາກາດສະຍານສາກົນ ກາມແຣງ - ảnh 1ຜູ້ໂດຍສານ ນຳໃຊ້ລະບົບ Autogate ເພື່ອເຂົ້າເມືອງ. ພາບ: VOV

ໃນໄລຍະທຳອິດ, ລະບຽບການເຂົ້າອອກເມືອງຜ່ານລະບົບ ພຽງແຕ່ຮັບໃຊ້ໃຫ້ພົນລະເມືອງ ຫວຽດນາມ ທີ່ໄດ້ຈົດທະບຽນນຳໃຊ້ບໍລິການສຳເລັດຜົນ. ໃນນັ້ນ ຜູ້ມີ ປາດສະປໍທີ່ຕິດ ຊີບເອເລັກໂຕນິກ ບໍ່ຕ້ອງການຈົດທະບຽນ.

ທ່ານນາງ ເລທິຮົ່ງມິງ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ ທ່າອາກາດສະຍານສາກົນ ກາມແຣງໃຫ້ຮູ້ວ່າ:

 “ກ່ອນນີ້ ພຽງແຕ່ປະຕິບັດດ້ວຍມື ປະຈຸບັນ ມີໃນລະບົບຄອມພິວເຕີແລ້ວ ສະນັ້ນເລື່ອງເຮັດລະບຽບການເຂົ້າອອກເມືອງ ແມ່ນໄວທີ່ສຸດ. ກ່ອນນີ້ ຕ້ອງກວດກາ ປາດສະປໍ, ກວດກາໃນຄອມພິວເຕີ, ປະຈຸບັນ ຂໍ້ມູນແຫ່ງຊາດ ແມ່ນມີທຸກສິ່ງທຸກຢ່າງແລ້ວ. ການກວດກາແມ່ນວ່ອງໄວ. ແຂກຜູ້ໃດກໍ່ດີໃຈ ເພາະມັນສະດວກຫລາຍ ບໍ່ຕ້ອງເສຍເວລາລຽນແຖວຄືກ່ອນນີ້. ໃຜໆກໍ່ມີຄວາມເພິ່ງພໍໃຈ”

ຕອບກັບ

ຂ່າວ/ບົດ​ອື່ນ