ນຳເນື້ອໃນສິດທິມະນຸດເຂົ້າໃຫ້ຫຼັກສູດການສຶກສາແຫ່ງຊາດ

(VOVWORLD) - ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດກອງປະຊຸມທົ່ວປະເທດຜັນຂະຫຍາຍປະຕິບັດມະຕິເລກທີ 34 ຂອງນາຍົກລັດຖະມົນຕີ...
ນຳເນື້ອໃນສິດທິມະນຸດເຂົ້າໃຫ້ຫຼັກສູດການສຶກສາແຫ່ງຊາດ - ảnh 1

ກອງປະຊຸມຈັດຂຶ້ນຢູ່  ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ

(ພາບ:Văn Điệp/TTXVN)

ຕອນບ່າຍວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດກອງປະຊຸມທົ່ວປະເທດຜັນຂະຫຍາຍປະຕິບັດມະຕິເລກທີ 34 ຂອງນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີການປະຕິບັດແຜນຮ່າງນຳເນື້ອໃນສິດທິມະນຸດເຂົ້າໃນຫຼັກສູດການສຶກສາໃນລະບົບການສຶກສາແຫ່ງຊາດ. ປອ ຟ້າມຍືເງະ, ຮອງຫົວໜ້າກົມສຶກສາມະຫາວິທະຍາໄລ, ກະຊວງສຶກສາບຳລຸງສ້າງ ຫວຽດນາມ, ໃຫ້ຮູ້ວ່າ:

        “ເປົ້າໝາຍແມ່ນຮອດປີ 2025, ຊົ່ວໂມງຮຽນກ່ຽວກັບການສຶກສາສິດທິມະນຸດ ລ້ວນແຕ່ມີເອກະສານທາງການເພື່ອຜັນຂະຫຍາຍໃນລະບົບການສຶກສາຂອງຊາດ. ເມື່ອນັ້ນ, ບັນດາຮາກຖານການສຶກສານັບແຕ່ຂັ້ນອະນຸບານ ຕະຫຼອດຮອດຂັ້ນມະຫາວິທະຍາໄລ ຈະມີຫຼັກສູດສຶກສາຢ່າງເປັນທາງການ.”

ຕອບກັບ

ຂ່າວ/ບົດ​ອື່ນ