ນ້ຳໃຈມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຍາມໃດກໍ່ສະໜິດແໜ້ນ

(VOVWORLD) - ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທີ່ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ
ນ້ຳໃຈມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຍາມໃດກໍ່ສະໜິດແໜ້ນ - ảnh 1ການສະເຫຼີມສະຫຼອງຢູ່ນະຄອນໂຮ່ຈີມິນ

ນະຄອນໂຮ່ຈີມິນ ປາດຖະໜາຢາກພັດທະນາການພົວພັນກັບຍີ່ປຸ່ນ, ເຊິ່ງເປັນຄູ່ຮ່ວມມືຍຸດທະສາດ ແລະ ແມ່ນເພື່ອນມິດທີ່ໜ້າໄວ້ເນື້ອເຊື່ອໃຈ, ຈິງໃຈຢ່າງເລິກເຊິ່ງ ແລະ ແທດຈິງ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທີ່ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ (21/9/1973 – 21/9/2018) ເຊິ່ງດຳເນີນໃນຕອນເຊົ້າວັນທີ 21 ກັນຍາ. ກ່າວຄຳເຫັນທີ່ພິທີ, ທ່ານ Kawaue Junichi, ຫົວໜ້າສະຖານກົງສູນໃຫຍ່ ຍີ່ປຸ່ນ ປະຈຳ ນະຄອນໂຮ່ຈີມິນ ໄດ້ຊີ້ແຈ້ງວ່າ:

        “ອາດເວົ້າໄດ້ວ່າ, ນະຄອນໂຮ່ຈີມິນ ແມ່ນສັນຍາລັກໃຫ້ແກ່ການພັດທະນາຂອງການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ດ້ວຍຫຼາຍໂຄງການໜູນຊ່ວຍ ODA ກ່ຽວຂ້ອງໂດຍກົງເຖິງຊີວິດການເປັນຢູ່ຂອງປະຊາຊົນນະຄອນ, ຄືໂຮງໝໍ ເຈີ້ໄຣ໋, ເສັ້ນທາງລົດໄຟຕົວເມືອງ ພ້ອມກັບບັນດາການເຄື່ອນໄຫວພົບປະແລກປ່ຽນກັບທ້ອງຖິ່ນຕ່າງໆ. ສະຖານກົງສູນໃຫຍ່ ຍີ່ປຸ່ນ ຈະສືບຕໍ່ເພີ່ມທະວີການພົວພັນອັນດີງາມກັບນະຄອນໂຮ່ຈີມິນ ກ່ວາອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ