ນີເຊ: ກອງທັບໄດ້ຈັດວາງສະພາວະສຸກເສີນ

(VOVWORLD) - ແລະກໍ່ໃນວັນດຽວກັນ, ຜູ້ສະໜັບສະໜູນອຳນາດການປົກຄອງການທະຫານນັບພັນຄົນ ໄດ້ເຕົ້າໂຮມ ແຫ່ຂະບວນປະທ້ວງຢູ່ນອກຖານທີ່ໝັ້ນການທະຫານຂອງ ຝລັ່ງ ຢູ່ນະຄອນຫຼວງ Niamey ເພື່ອຄັດຄ້ານແຜນການແຊກແຊງດ້ານການທະຫານຈາກພາຍນອກເຂົ້າປະເທດນີ້.
ນີເຊ: ກອງທັບໄດ້ຈັດວາງສະພາວະສຸກເສີນ - ảnh 1ບັນດາປະເທດ ເອີລົບ ອົບພະຍົບພົນລະເມືອງປະເທດຕົນຍ້ອນສະພາບການການເມືອງຢູ່ ນີເຊ
(ພາບ:Reuters)

ວັນທີ 11 ສິງຫາ, ອຳນາດການປົກຄອງທະຫານ ນີເຊ ໄດ້ອອກຄຳສັ່ງສະພາວະສຸກເສີນສຳລັບກຳລັງທະຫານ, ພ້ອມທັງຜັນຂະຫຍາຍກຳລັງ ແລະ ຍຸດໂທບາຍ ຕື່ມອີກໄປຍັງນະຄອນຫຼວງ Niamey ເພື່ອກຽມພ້ອມຮັບມືກັບຄວາມສາມາດແຊກແຊງດ້ານການທະຫານຈາກປະເທດບ້ານໃກ້ເຮືອນຄຽງ ອາບຟຣີກາ ຕາເວັນຕົກ. ຄຳສັ່ງໄດ້ຍົກອອກມາພາຍຫຼັງການນຳປະຊາຄົມເສດຖະກິດ ອາບຟຣີກາ ຕາເວັນຕົກ (ECOWAS) ໄດ້ຖະແຫຼງຢັ້ງຢືນທຸກໆຄວາມສາມາດໃນຄວາມມານະພະຍາຍາມຟື້ນຟູຄວາມເປັນລະບຽບຮຽບຮ້ອຍລັດຖະທຳມະນູນຂອງ ນີເຊ, ລວມທັງມາດຕະການດ້ານການທະຫານພຽງ 2 – 3 ຊົ່ວໂມງ.

        ແລະກໍ່ໃນວັນດຽວກັນ, ຜູ້ສະໜັບສະໜູນອຳນາດການປົກຄອງການທະຫານນັບພັນຄົນ ໄດ້ເຕົ້າໂຮມ ແຫ່ຂະບວນປະທ້ວງຢູ່ນອກຖານທີ່ໝັ້ນການທະຫານຂອງ ຝລັ່ງ ຢູ່ນະຄອນຫຼວງ Niamey ເພື່ອຄັດຄ້ານແຜນການແຊກແຊງດ້ານການທະຫານຈາກພາຍນອກເຂົ້າປະເທດນີ້. ບັນດາຜູ້ແຫ່ຂະບວນປະທ້ວງໄດ້ຖືຄຳຂວັນ ແລະ ຮ້ອງໂຮ ຄຳຂວັນກ່າວປະນາມ ECOWAS ແລະ ຝລັ່ງ, ຢັ້ງຢືນຈະຮຽງບ່າຮຽງໄຫຼ່ພ້ອມກັນຕ້ານກົນອຸບານບຸກໂຈມຕີຮຸກຮານປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ