ນີເຊ ຢຸດຕິຂໍ້ຕົກລົງດ້ານການທະຫານກັບ ອາເມລິກາ

(VOVWORLD) - ປີ 2023, ອາເມລິກາ ໄດ້ມີພົນທະຫານປະມານ 1.100 ຄົນພວມຕັ້ງທັບຢູ່ ນີເຊ. ແຕ່ປີ 2018, ຖານທີ່ໝັ້ນດ້ານການທະຫານນີ້ໄດ້ນຳໃຊ້ເພື່ອບຸກໂຈມຕີບັນດາກຸ່ມກໍ່ການຮ້າຍອິດສະລາມ (IS) ອ້າງຊື່ເອງ
ນີເຊ ຢຸດຕິຂໍ້ຕົກລົງດ້ານການທະຫານກັບ ອາເມລິກາ - ảnh 1 ທ່ານພັນເອກ Amadou Abdramane
(ພາບ: AFP)

ວັນທີ 16 ມີນາ, ອຳນາດການປົກຄອງການທະຫານກຳອຳນາດຢູ່ ນີເຊ ແຈ້ງໃຫ້ຊາບວ່າ, ໄດ້ຢຸດຕິຂໍ້ຕົກລົງດ້ານການທະຫານທີ່ອະນຸຍາດໃຫ້ທະຫານ ແລະ ພາລະກອນພົນລະເຮືອນກະຊວງປ້ອງກັນປະເທດ ອາເມລິກາ ມີໜ້າຢູ່ປະເທດ ອາຟະລິກາ ນີ້ໃນທັນທີ.

ໃນແຈ້ງການຜ່ານຊ່ອງໂທລະພາບແຫ່ງຊາດ, ໂຄສົກຂອງອຳນາດການປົກຄອງດ້ານການທະຫານ ນີເຊ, ທ່ານພັນເອກ Amadou Abdramane, ໃຫ້ຮູ້ວ່າ ຂໍ້ຕົກລົງໄດ້ຍົກອອກມາ ພາຍຫຼັງການຢ້ຽມຢາມ ນີເຊ ໃນອາທິດນີ້ຂອງວົງການເຈົ້າໜ້າທີ່  ອາເມລິກາ, ໂດຍຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຮັບຜິດຊອບບັນດາບັນຫາ ອາຟະລິກາ ນຳໜ້າ ແລະ ໃນນັ້ນມີນາຍພົນ Michael Langley, ຜູ້ບັນຊາການກອງບັນຊາການ ອາຟະລິກາ ຂອງ ອາມລິກາ.

ປີ 2023, ອາເມລິກາ ໄດ້ມີພົນທະຫານປະມານ 1.100 ຄົນພວມຕັ້ງທັບຢູ່ ນີເຊ. ແຕ່ປີ 2018, ຖານທີ່ໝັ້ນດ້ານການທະຫານນີ້ໄດ້ນຳໃຊ້ເພື່ອບຸກໂຈມຕີບັນດາກຸ່ມກໍ່ການຮ້າຍອິດສະລາມ (IS) ອ້າງຊື່ເອງ ແລະ ກຸ່ມ Jama’at Nusrat al-Islam wal Muslimeen (JNIM)– ເຊິ່ງແມ່ນສາຂາໜຶ່ງຂອງອົງການ al-Qaeda, ຢູ່ເຂດ Sahel.

ຕອບກັບ

ຂ່າວ/ບົດ​ອື່ນ