ນີ​ເຊ: ອານ​ເຊ​ຣີ ສະ​ເໜີ​ໃຫ້​ແກ້​ໄຂວິ​ກິດ​ການ​ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ

(VOVWORLD) - ວັນທີ 29 ສິງຫາ, ກະຊວງການຕ່າງປະເທດ ອານເຊຣີ ໄດ້ປະກາດຂໍ້ລິເລີ່ມແກ້ໄຂວິກິດການດ້ວຍເນື້ອໃນຈຸດສຸມແມ່ນ ຂັ້ນຕອນມອບໂອນສິດອຳນາດທີ່ແກ່ຍາວໃນ 6 ເດືອນ. 
ນີ​ເຊ: ອານ​ເຊ​ຣີ ສະ​ເໜີ​ໃຫ້​ແກ້​ໄຂວິ​ກິດ​ການ​ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ - ảnh 1ສະພາບການຂາດສະຖຽນລະພາບດ້ານການເມືອງຢູ່ ນີເຊ ຍັງສືບຕໍ່ດຳເນີນ (ພາບ: Reuters)

ໂດຍສືບຕໍ່ບັນດາຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງຂອງວິກິດການການເມືອງ - ການຕ່າງປະເທດ - ຄວາມໝັ້ນຄົງຢູ່ປະເທດບ້ານໃກ້ເຮືອນຄຽງ ນີເຊ, ວັນທີ 29 ສິງຫາ, ກະຊວງການຕ່າງປະເທດ ອານເຊຣີ ໄດ້ປະກາດຂໍ້ລິເລີ່ມແກ້ໄຂວິກິດການດ້ວຍເນື້ອໃນຈຸດສຸມແມ່ນ ຂັ້ນຕອນມອບໂອນສິດອຳນາດທີ່ແກ່ຍາວໃນ 6 ເດືອນ. ຂໍ້ລິເລີ່ມດັ່ງກ່າວ ໂດຍທ່ານລັດຖະມົນຕີການຕ່າງປະເທດ ອານເຊຣີ Ahmad Ataf ປະກາດ ລວມມີເນື້ອໃນ 6 ປະການ. ຫຼັກການຂອງຂໍ້ລິເລີ່ມດັ່ງກ່າວແມ່ນ ບໍ່ຍອມຮັບບໍ່ວ່າການປ່ຽນແປງໃດທີ່ໄປຝືນກັບລັດຖະທຳມະນູນ ນີເຊ ແລະ ເຊີດຊູມາດຕະການສັນຕິພາບ, ຄັດຄ້ານທຸກການກະທຳການທະຫານ. ອານເຊຣີ ແມ່ນໜຶ່ງໃນບັນດາປະເທດບ້ານໃກ້ເຮືອນຄຽງ ທີ່ຄັດຄ້ານຢ່າງຮຸນແຮງຕໍ່ແນວຄວາມຄິດແຊກແຊງທາງດ້ານທະຫານເຂົ້າບັນຫາ ນີເຊ.

ນັກຂ່າວ VOV ປະຈໍາ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ