ນີເຊຣີ ຄິດໄລ່ຊັ່ງຊາເລື່ອງເຂົ້າເປັນສະມາຊິກ G20

(VOVWORLD) -   ຕາມທ່ານ Ngelale ແລ້ວ, ທ່ານປະທານາທິບໍດີ Bola Tinubu ເດີນທາງອອກຈາກ ນີເຊຣີ ໃນວັນທີ 4 ກັນຍາ, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ ອິນເດຍ

ວັນທີ 3 ກັນຍາ, ທ່ານ Ajuri Ngelale, ໂຄສົກຂອງປະທານາທິບໍດີ ນີເຊຣີ ໄດ້ຢັ້ງຢືນວ່າ ປະເທດ ອາບຟຣີກາ ຕາເວັນຕົກນີ້ ພວມຄິດໄລ່ຊັ່ງຊາເລື່ອງຂໍເຂົ້າເປັນສະມາຊິກ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20), ພາຍຫຼັງສິ້ນສຸດວິວັດທະນາການປຶກສາຫາລືກ່ຽວກັບຄວາມສ່ຽງ ແລະ ຜົນປະໂຫຍດຂອງແຜນການນີ້.

        ຕາມທ່ານ Ngelale ແລ້ວ, ທ່ານປະທານາທິບໍດີ Bola Tinubu ເດີນທາງອອກຈາກ ນີເຊຣີ ໃນວັນທີ 4 ກັນຍາ, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ ອິນເດຍ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີປະເທດ ເຈົ້າພາບ Narendra Modi.  ການເຂົ້າຮ່ວມຂອງທ່ານປະທານາທິບໍດີ Tinubu ຢູ່ໃນເຫດການນີ້ໄດ້ຮັບຖືວ່າແມ່ນເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍກາຍເປັນສະມາຊິກ G20 ຂອງ ນີເຊຣີ.

ຕອບກັບ

ຂ່າວ/ບົດ​ອື່ນ