ບັ໊ກນິງ ກະກຽມພື້ນທີ່ເພື່ອຕ້ອນຮັບບັນດານັກລົງທຶນ

(VOVWORLD) -ທາງແຂວງໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການເຄື່ອນໄຫວສົ່ງເສີມການລົງທຶນ ຮັບໃຊ້ເປົ້າໝາຍພັດທະນາເສດຖະກິດຂອງແຂວງ ແລະ ບັນລຸຜົນງານສຳຄັນຫຼາຍຢ່າງ.
ບັ໊ກນິງ ກະກຽມພື້ນທີ່ເພື່ອຕ້ອນຮັບບັນດານັກລົງທຶນ - ảnh 1ເຂດອຸດສາຫະກຳຢູ່ແຂວງ ບັ໊ກນິງ
(ພາບ: VTCNews)

ປີ 2020, ເຖິງວ່າເສດຖະກິດຂອງແຂວງ ບັ໊ກນິງ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ທາງແຂວງໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການເຄື່ອນໄຫວສົ່ງເສີມການລົງທຶນ ຮັບໃຊ້ເປົ້າໝາຍພັດທະນາເສດຖະກິດຂອງແຂວງ ແລະ ບັນລຸຜົນງານສຳຄັນຫຼາຍຢ່າງ. ການດຶງດູດເງິນລົງທຶນຈາກຕ່າງປະເທດບັນລຸເກືອບ 1 ຕື້ USD. ເພື່ອສືບຕໍ່ຍູ້ແຮງການດຶງດູດເງິນລົງທຶນໃນປີ 2021 ແລະ ໃນຊຸມປີຈະມາເຖິງ, ທ່ານ ຫງວຽນດິ່ງຊວັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ບັ໊ກນິງ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ຄັດເລືອກບັນດາວິສາຫະກິດທີ່ເໝາະສົມກັບແຂວງ ບັ໊ກນິງ ເພື່ອດຶງດູດການລົງທຶນ. ເພື່ອຕ້ອນຮັບກະແສການລົງທຶນຫັນຈາກບັນດາປະເທດອື່ນເຂົ້າມາຫວຽດນາມ, ພວກຂ້າພະເຈົ້າກໍ່ໄດ້ກະກຽມຫຼາຍແຜນການ. ປະຈຸບັນ, ພວກຂ້າພະເຈົ້າໄດ້ກະກຽມພື້ນທີ່ສຳລັບການລົງທຶນແລ້ວ”.

ຕອບກັບ

ຂ່າວ/ບົດ​ອື່ນ