ບັກຢາງ ປະກາດງານບຸນ ເຊືອງຢາງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖູລະດັບຊາດ

(VOVWORLD) - ສະຖານທີ່ໄຊຊະນະ ເຊືອງຢາງ ແລະ ງານບຸນ ເຊືອງຢາງ ໄດ້ຮັບການສ້າງຂຶ້ນ ແລະ ມີບັນດາມູນຄ່າດີເດັ່ນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງບັກຢາງ, ກໍ່ຄືຕາງໜ້າໃຫ້ວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າແຂວງ ບັກຢາງ.
ບັກຢາງ ປະກາດງານບຸນ ເຊືອງຢາງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖູລະດັບຊາດ  - ảnh 1ບັກຢາງ ປະກາດງານບຸນ ເຊືອງຢາງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖູລະດັບຊາດ
(ພາບ: Đồng Thúy/TTXVN)

ຕອນຄ່ຳວັນທີ 14 ກຸມພາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ສະຖານທີ່ໄຊຊະນະນ ເຊືອງຢາງ, ຄະນະກຳມະການປະຊາຊົນນະຄອນ ບັກຢາງ, ແຂວງ ບັກຢາງ, ໄດ້ຈັດພິທີໄຂງານບຸນສະເຫຼີມສະຫຼອງ 597 ປີແຫ່ງວັນໄຊຊະນະ ເຊືອງຢາງ (1427 – 2024) ແລະ ປະກາດງານບຸນ ເຊືອງຢາງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງຊາດ. ກ່າວຄຳເຫັນນະທີ່ນີ້, ທ່ານ ດັ້ງດິ່ງຮວານ, ປະທານຄະນະກຳມະການປະຊາຊົນນະຄອນ ບັກຢາງ, ຫົວໜ້າຄະນະຈັດຕັ້ງງານບຸນ, ເນັ້ນໜັກວ່າ: ສະຖານທີ່ໄຊຊະນະ ເຊືອງຢາງ ແລະ ງານບຸນ ເຊືອງຢາງ ໄດ້ຮັບການສ້າງຂຶ້ນ ແລະ ມີບັນດາມູນຄ່າດີເດັ່ນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງບັກຢາງ, ກໍ່ຄືຕາງໜ້າໃຫ້ວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າແຂວງ ບັກຢາງ. ນີ້ແມ່ນງານບຸນທຳອິດຢູ່ນະຄອນ ໄດ້ຮັບການເຊີດຊູ ແລະ ແມ່ນຄວາມເອກອ້າງທະນົງໃຈຂອງນະຄອນ ບັກຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ