ບັງ​ກະ​ລາ​ເທດ: ​ທ່ານ​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ Sheikh Hasina ໄດ້​ຮັບ​ໄຊ​ຊະ​ນ​ະ​ໃນ​ການ​ເລືອ​ກ​ຕັ້ງເປັນສະ​ໄໝ​ທີ 5

(VOVWORLD) - ຄະນະກຳມະການເລືອກຕັ້ງແຫ່ງຊາດ ບັງກະລາເທດ ຈະປະກາດໝາກຜົນທາງການ ໃນ 2 – 3 ມື້ຈະມາເຖິງ.
ບັງ​ກະ​ລາ​ເທດ: ​ທ່ານ​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ Sheikh Hasina ໄດ້​ຮັບ​ໄຊ​ຊະ​ນ​ະ​ໃນ​ການ​ເລືອ​ກ​ຕັ້ງເປັນສະ​ໄໝ​ທີ 5 - ảnh 1ທ່ານນາງນາຍົກລັດຖະມົນຕີ ບັງກະລາເທດ, Sheikh Hasina (ພາບ: ANI)

ທ່ານນາງນາຍົກລັດຖະມົນຕີ ບັງກະລາເທດ, Sheikh Hasina ຖະແຫຼງວ່າ ທ່ານນາງໄດ້ຮັບໄຊຊະນະ ໃນການເລືອກຕັ້ງທົ່ວປະເທດ ເປັນສະໄໝທີ 5 ເຊິ່ງໄດ້ດຳເນີນການເລືອກຕັ້ງໃນວັນທີ 7 ມັງກອນ. ທ່ານນາງ Sheikh Hasina ໄດ້ຮັບໄຊຊະນະໃນສະພາບທີ່ພັກຊາດນິຍົມ ບັງກະລາເທດ (BNP) - ເຊິ່ງເປັນພັກຝ່າຍຄ້ານໃຫຍ່ສຸດ ພ້ອມກັບ ພັກນ້ອຍ 15 ຝ່າຍອື່ນຂວ້ຳບາດການເລືອກຕັ້ງ.

       ຕາມໝາກຜົນໃນເບື້ອງຕົ້ນທີ່ໄດ້ປະກາດໃນຄ່ຳຄືນວັນທີ 07 ມັງກອນ, ພັກສະຫະພັນ Awami  ຂອງທ່ານນາງນາຍົກລັດຖະມົນຕີ Sheikh Hasina ຄົນປັດຈຸບັນ ຍາດໄດ້ໄຊຊະນະຄັ້ງທີ 4 ຢ່າງລຽນຕິດ ຢູ່ສະພາແຫ່ງຊາດ. ຄະນະກຳມະການເລືອກຕັ້ງແຫ່ງຊາດ ບັງກະລາເທດ ຈະປະກາດໝາກຜົນທາງການ ໃນ 2 – 3 ມື້ຈະມາເຖິງ.

      ດ້ວຍໄຊຊະນະໃນການເລືອກຕັ້ງດັ່ງກ່າວ, ທ່ານນາງ Sheikh Hasina ຈະໄດ້ເປັນຜູ້ທີ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ດົນທີ່ສຸດຂອງ ບັງກະລາເທດ.

                ຟານຕຸງ, ນັກຂ່າວ VOV ປະຈຳ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ