ບິ່ງດິ້ງ, ຝູອຽນ, ແຄງຮ່ວາ: ສ້າງ tour ທ່ອງທ່ຽວລາຍການດຽວ 3 ສະຖານທີ່ ເພື່ອຕ້ອນຮັບນັກທ່ອງທ່ຽວ

(VOVWORLD) -3 ແຂວງດັ່ງກ່າວມີຈຸດຄ້າຍຄືກັນທາງດ້ານວັດທະນະທຳ, ແບບແຜນການດຳລົງຊີວິດ, ຮີດຄອງປະເພນີ, ຜະລິດຕະພັນທ່ອງທ່ຽວ ແລະ ທີ່ຕັ້ງພູມສາດ…
ບິ່ງດິ້ງ, ຝູອຽນ, ແຄງຮ່ວາ: ສ້າງ tour ທ່ອງທ່ຽວລາຍການດຽວ 3 ສະຖານທີ່ ເພື່ອຕ້ອນຮັບນັກທ່ອງທ່ຽວ - ảnh 1(ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ)

ຕອນເຊົ້າວັນທີ 27 ສິງຫາ, ຢູ່ນະຄອນ ກຸຍເຍີນ, ພະແນກທ່ອງທ່ຽວບັນດາແຂວງ ບິ່ງດິ້ງ, ຝູອຽນ, ແຄງຮ່ວາ ໄດ້ຈັດກອງປະຊຸມສຳມະນາ Tour ທ່ອງທ່ຽວລາຍການດຽວ 3 ສະຖານທີ່ ບິ່ງດິ້ງ - ຝູອຽນ - ແຄງຮ່ວາ ເພື່ອຮັບໃຊ້ຕະຫຼາດນັກທ່ອງທ່ຽວ ຈີນ - ສ.ເກົາຫຼີ - ຍີ່ປຸ່ນ

        3 ແຂວງດັ່ງກ່າວມີຈຸດຄ້າຍຄືກັນທາງດ້ານວັດທະນະທຳ, ແບບແຜນການດຳລົງຊີວິດ, ຮີດຄອງປະເພນີ, ຜະລິດຕະພັນທ່ອງທ່ຽວ ແລະ ທີ່ຕັ້ງພູມສາດ… ນີ້ແມ່ນ ເງື່ອນໄຂສະດວກໃຫ້ແກ່ການເຊື່ອມຕໍ່, ຮ່ວມມືພັດທະນາການທ່ອງທ່ຽວ.

        ຈາກການຮ່ວມສຳພັນນີ້, ສືບຕໍ່ພັດທະນາຜະລິດຕະພັນທ່ອງທ່ຽວລວມ ແລະ ແກ່ຍາວເວລາພັກອາໄສຂອງນັກທ່ອງທ່ຽວຢູ່ 3 ແຂວງ. ໃນຕໍ່ໜ້າ, ຂະແໜງທ່ອງທ່ຽວຂອງ 3 ແຂວງຕ້ອງບຳລຸງສ້າງຖັນແຖວຮັບໃຊ້ການທ່ອງທ່ຽວໃຫ້ມີຄຸນນະພາບສູງ, ສົມທົບກັບບັນດາບໍລິສັດການບິນເປີດຖ້ຽວບິນຈ້າງເໝົາລຳ, ເປີດສາຍການບິນໄປຍັງບາງນະຄອນໃຫຍ່ຂອງ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ, ຈັດຕັ້ງການເຄື່ອນໄຫວໂຄສະນາ, ສົ່ງເສີມການທ່ອງທ່ຽວ. ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວ ຫວຽດນາມ ສະເໜີວ່າ:

        “3 ແຂວງລ້ວນແຕ່ມີສະໜາມບິນ, ສະນັ້ນ, ຕ້ອງເຊື່ອມຕໍ່ໂດຍກົງກັບບັນດາຖ້ຽວບິນສາກົນມາ 3 ແຂວງນີ້. ພວກຂ້າພະເຈົ້າສະເໜີໃຫ້ອົງການຄຸ້ມຄອງການທ່ອງທ່ຽວຂອງ 3 ແຂວງດັ່ງກ່າວ ເປັນເສນາທິການໃຫ້ແຂວງ ເພື່ອໃຫ້ແຂວງໜູນຊ່ວຍບັນດາຖ້ຽວບິນເມື່ອເປີດສາຍການບິນໃໝ່.”

ຕອບກັບ

ຂ່າວ/ບົດ​ອື່ນ