ບິ່ງ​ເຟືອກ​ ​ຮັບ​ໂອ​ກາດ​ລົງ​ທຶນ FDI ຈາກ ເອີ​ລົບ

(VOVWORLD) - “ເວທີປາໄສເຊື່ອມຕໍ່ວິສາຫະກິດອຸດສາຫະກຳ, ການຄ້າ, ກະສິກຳ ເຕັກໂນໂລຢີສູງ EuroCham - ແຂວງ ບິ່ງເຟືອກ ປີ 2024” ໄດ້ດຳເນີນໃນວັນທີ 12 ມີນາ ຢູ່ນະຄອນ ດົ່ງຊວາຍ, ແຂວງ ບິ່ງເຟືອກ.
ບິ່ງ​ເຟືອກ​ ​ຮັບ​ໂອ​ກາດ​ລົງ​ທຶນ FDI ຈາກ ເອີ​ລົບ - ảnh 1ການຖະແຫຼງຂ່າວ (ພາບ: qdnd.vn)

ການນຳຂອງວິສາຫະກິດກ່ວາ 100 ແຫ່ງທີ່ມາຈາກ 27 ປະເທດ EU ແລະ ສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham), ຈະຊອກຮູ້ ແລະ ແບ່ງປັນໂອກາດລົງທຶນຂົງເຂດອຸດສາຫະກຳ, ການຄ້າ, ກະສິກຳເຕັກໂນໂລຢີສູງ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນຢູ່ ບິ່ງເຟືອກ. ນີ້ແມ່ນຂໍ້ມູນທີ່ໄດ້ຮັບການປະກາດທີ່ການຖະແຫຼງຂ່າວ ກ່ຽວກັບ “ເວທີປາໄສເຊື່ອມຕໍ່ວິສາຫະກິດ ອຸດສາຫະກຳ, ການຄ້າ ແລະ ກະສິກຳ ເຕັກໂນໂລຢີສູງ EuroCham - ບິ່ງເຟືອກ ປີ 2024” ທີ່ໄດ້ດຳເນີນໃນວັນທີ 29 ກຸມພາ ຢູ່ແຂວງ ບິ່ງເຟືອກ.

ຕາມນັ້ນແລ້ວ, “ເວທີປາໄສເຊື່ອມຕໍ່ວິສາຫະກິດອຸດສາຫະກຳ, ການຄ້າ, ກະສິກຳ ເຕັກໂນໂລຢີສູງ EuroCham - ແຂວງ ບິ່ງເຟືອກ ປີ 2024” ໄດ້ດຳເນີນໃນວັນທີ 12 ມີນາ ຢູ່ນະຄອນ ດົ່ງຊວາຍ, ແຂວງ ບິ່ງເຟືອກ. ໃນໂອກາດນີ້, ບັນດາກຸ່ມບໍລິສັດໃຫຍ່ຂອງເອີລົບ ແລະ ວິສາຫະກິດມາຈາກ ສະມາຄົມວິສາຫະກິດ ອົດສະຕາລີ ຢູ່ ຫວຽດນາມ(AusCham)  ຈະມາຊອກຮູ້ ໂອກາດລົງທຶນ ຢູ່ທ້ອງຖິ່ນ. ເວທີປາໄສຈະເປີດໂອກາດໃຫ້ແກ່ບັນດາວິສາຫະກິດເອີລົບ ໄດ້ຮັບບຸລິມະສິດເຂົ້າເຖິງ ຂໍ້ມູນ, ສະພາບການເສດຖະກິດໃນເຂດ, ບັນດາໂຄງການພັດທະນາໃນໄລຍະຈະມາເຖິງ ແລະ ຄວາມສາມາດບົ່ມຊ້ອນໃນການເຕີບໂຕ.

ຕອບກັບ

ຂ່າວ/ບົດ​ອື່ນ