ບົດລາຍງານການສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ປີ 2023 ຈະປະກາດໃນວັນທີ 16 ພຶດສະພາ

(VOVWORLD) - ນີ້ແມ່ນຄັ້ງທີ 8, ສິ່ງພິມປະຈຳປີນີ້ຖືກປະກາດນັບແຕ່ປີ 2016 ມາຮອດປະຈຸບັນ. ບົດລາຍງານໄດ້ສະເໜີການສັງເກດສັງລວມກ່ຽວກັບການເຄື່ອນໄຫວສົ່ງອອກ - ນຳເຂົ້າ ກ່ຽວກັບສະພາບການສົ່ງອອກ - ນຳເຂົ້າໃນປີ 2023
ບົດລາຍງານການສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ປີ 2023 ຈະປະກາດໃນວັນທີ 16 ພຶດສະພາ - ảnh 1ພາບປະກອບ

ຕາມແຜນການແລ້ວ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະປະກາດ “ບົດລາຍງານສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ປີ 2023” ໃນວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ. ນີ້ແມ່ນຄັ້ງທີ 8, ສິ່ງພິມປະຈຳປີນີ້ຖືກປະກາດນັບແຕ່ປີ 2016 ມາຮອດປະຈຸບັນ. ບົດລາຍງານໄດ້ສະເໜີການສັງເກດສັງລວມກ່ຽວກັບການເຄື່ອນໄຫວສົ່ງອອກ - ນຳເຂົ້າ ກ່ຽວກັບສະພາບການສົ່ງອອກ - ນຳເຂົ້າໃນປີ 2023, ລວມມີ: ສະພາບການສົ່ງອອກ - ນຳເຂົ້າຕາມສິນຄ້າແຕ່ລະປະເພດ, ຕາມຕະຫຼາດລະອຽດ, ພ້ອມທັງກໍ່ແມ່ນການສັງເກດສັງລວມກ່ຽວກັບບັນດາການເຄື່ອນໄຫວຄຸ້ມຄອງຂອງລັດ, ກົນໄກນະໂຍບາຍກ່ຽວຂ້ອງເຖິງການເຄື່ອນໄຫວສົ່ງອອກ - ນຳເຂົ້າ, ບັນດາເອກະສານນິຕິກຳຖືກປະກາດໃນປີນັ້ນ.

        ພິທີປະກາດ “ບົດລາຍງານການສົ່ງອອກ - ນຳເຂົ້າ ຫວຽດນາມ ປີ 2023” ຈະດຳເນີນ ໃນຂອບເຂດກອງປະຊຸມສຳມະນາ “ການໝູນໃຊ້ອຸດສາຫະກຳເພື່ອພັດທະນາການຄ້າເອເລັກໂຕນິກ ແລະ Logistics ທັນສະໄໝ, ຍືນຍົງ”.

ຕອບກັບ

ຂ່າວ/ບົດ​ອື່ນ