ບົດລາຍງານຄວາມເສລີໃນການເຊື່ອຖືສາສະຫນາຂອງອາເມລິກາບໍ່ມີຄວາມພາວະວິໄສ

(VOVWORLD) -ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ໃນຕອນບ່າຍວັນທີ 17 ສິງຫາຢູ່ ຮ່າໂນ້ຍ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໄດ້ຕອບບາງຄຳຖາມຊື່ງສື່ມວນຊົນມີຄວາມສົນໃຈ. 
ບົດລາຍງານຄວາມເສລີໃນການເຊື່ອຖືສາສະຫນາຂອງອາເມລິກາບໍ່ມີຄວາມພາວະວິໄສ - ảnh 1 ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ

ຕໍ່ຫນ້າເລື່ອງ ກະຊວງການຕ່າງປະເທດ ອາເມລິກາ ຍົກອອກບົດລາຍງານກ່ຽວກັບຄວາມເສລີໃນການເຊື່ອຖືສາສະຫນາຢູ່ຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:

        “ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ລັດຫວຽດນາມ ແມ່ນເຄົາລົບ ແລະ ຮັບປະກັນຄວາມເສລີໃນການເຊື່ອຖື, ການເຄື່ອນໄຫວສາສະຫນາ, ເຊື່ອຖື ຫລື ບໍ່ເຊື່ອຖືສາສະຫນາໃດ. ສິ່ງດັ່ງກ່າວແມ່ນລະບຸໄວ້ໃນລັດຖະທຳມະນູນ, ກົດໝາຍຂອງຫວຽດນາມ ແລະ ໄດ້ຮັບປະກັນ, ເຄົາລົບໃນຕົວຈິງ. ແລະ ສິ່ງນີ້ໄດ້ສ້າງຊີວິດທາງດ້ານສາສະຫນາ, ການເຫລື້ອມໃສແມ່ນອຸດົມສົມບູນ, ມີຊີວິດຊີວາຢູ່ຫວຽດນາມ. ກົດໝາຍຫວຽດນາມ ຫ້າມການຈຳແນກປະພຶດສຳລັບພົນລະເມືອງຍ້ອນສາຍເຫດການເຫລື້ອມໃສ, ສາສະຫນາ. ລັດຫວຽດນາມ ໄດ້ ແລະ ພວມປະຕິບັດຫລາຍນະໂຍບາຍ ແລະ ມາດຕະການລະອຽດ ເພື່ອຮັບປະກັນໃຫ້ປະຊາຊົນໄດ້ຊົມໃຊ້ທຸກສິດເສລີໃນການເຊື່ອຖື, ສາສະຫນາ. ໃນບົດລາຍງານສະພາບການຄວາມເສລີໃນການເຊື່ອຖືສາສະຫນາ ສາກົນ ປີ 2016 ຂອງກະຊວງການຕ່າງປະເທດອາເມລິກາ ໄດ້ມີການດັດປັບບາງຢ່າງທີ່ໃກ້ຊິດກັບສະພາບຕົວຈິງຢູ່ຫວຽດນາມ, ແຕ່ເປັນຫນ້າເສຍດາຍ, ບົດລາຍງານຍັງຄົງຍົກອອກການຕີລາຄາບາງຢ່າງທີ່ຂາດພາວະວິໄສ, ຄັດສະເຫນີບັນດາຂໍ້ມູນຂ່າວສານທີ່ຜິດຄວາມຈິງກ່ຽວກັບຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ