ບູຖານ ປາດຖະນາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ

(VOVWORLD) - ການນຳ ລັດ ແລະ ບັນດາກະຊວງ, ຂະແໜງການຂອງ ບູຖານ ໄດ້ຕີລາຄາສູງພາລະກິດແຫ່ງການປ່ຽນແປງໃໝ່, ການເປີດປະຕູ ແລະ ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ
ບູຖານ ປາດຖະນາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ - ảnh 1(ທ່ານເອກອັກຄະລັດຖະທູດ ຫງວຽນແທັງຫາຍ ໄດ້ເຂົ້າຢ້ຽມຂ່ຳນັບນາຍົກລັດຖະມົນຕີ ບູຖານ)

        ວັນທີ 14 ມິຖຸນາ, ໃນການໄປປະຕິບັດງານຍື່ນສານຕາຕັ້ງຢູ່ ບູຖານ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ທັງຮັບຜິດຊອບ ເນປານ ແລະ ບູຖານ ຫງວຽນແທັງຫາຍ ໄດ້ເຂົ້າຢ້ຽມຂ່ຳນັບນາຍົກລັດຖະມົນຕີ ບູຖານ; ປະທານສະພາສູງ; ລັດຖະມົນຕີການຕ່າງປະເທດ ແລະ ການຄ້າສາກົນ; ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນທຳມະຊາດ.

        ທີ່ບັນດາການພົບປະ, ການນຳ ລັດ ແລະ ບັນດາກະຊວງ, ຂະແໜງການຂອງ ບູຖານ ໄດ້ຕີລາຄາສູງພາລະກິດແຫ່ງການປ່ຽນແປງໃໝ່, ການເປີດປະຕູ ແລະ ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ແລະ ປາດຖະໜາຢາກຍູ້ແຮງການຮ່ວມມືລະຫວ່າງ 2 ປະເທດໃຫ້ຫຼາຍກວ່າເກົ່າ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນແທັງຫາຍ ໄດ້ແບ່ງປັນກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ກໍຄືການພົວພັນຕ່າງປະເທດຂອງ ຫວຽດນາມ ໃນໄລຍະຜ່ານມາ; ພ້ອມທັງຢືນຢັນຄຳໝັ້ນສັນຍາປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ. ທ່ານ ຫງວຽນແທັງຫາຍ ຢືນຢັນວ່າ, ຫວຽດນາມ ຖືການພົວພັນກັບ ບູຖານ ເປັນສຳຄັນ ແລະ ປາດຖະໜາຢາກປະກອບສ່ວນເຂົ້າວິວັດທະນາການປະຕິຮູບ ແລະ ພັດທະນາຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ