ບັນຍາກາດຕ້ອນຮັບບຸນປີໃໝ່ປະຈຳຊາດຢູ່ບັນດາປະເທດໃນໂລກ

ບັນຍາກາດຕ້ອນຮັບບຸນປີໃໝ່ປະຈຳຊາດຢູ່ບັນດາປະເທດໃນໂລກ - ảnh 1
ພາບປະກອບ

(vovworld) – ຄຳ່​ຄືນ​ວັນ​ທີ 7/2 (ກົງ​ກັບ​ວັນ​ທີ 29/12 ​ໄລ່​ຕາມ​ຈັນທະ​ປະຕິທິນ), ການ​ຍິງ​ບັ້ງ​ໄຟ​ດອກ​ທີ່​ສວຍ​ງາມ, ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຟົດ​ຟື້ນ​ເພື່ອ​ຕ້ອນຮັບ​ບຸນປີ​ໃໝ່, ​ໄດ້​ຈັດ​ຕັ້ງ​ຢູ່​ຫຼາຍ​ປະ​ເທດ​ໃນ ອາຊີ ​ເພື່ອ​ຂຳ່​ນັບ​ຮັບ​ຕ້ອນ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016. ​ໂດຍ​ບໍ່​ຫົວຊາ​ຕໍ່​ສະພາບ​ການ​ເສດຖະກິດ​ມີ​ຄວາມ​ຫຍຸ້ງ​ຍາກ​, ​ບັນດາ​ຮ້ານ​ອາຫານ​ຢູ່​ປັກ​ກິ​ງ, ປະ​ເທດ​ຈີນ ​ເກືອບ​ທັງ​ໝົດ ລ້ວນ​ແຕ່​ມີ​ແຂກ​ມາ​ກິນ​ເຕັມໃນ​ຄຳ່​ຄືນ​ສົ່ງ​ທ້າຍ​ປີ​​ເກົ່າ, ຕ້ອນຮັບ​ປີ​ໃໝ່. ຖະໜົນ​ຫົນທາງ​ແຫ່ງ​ຕ່າງໆ​ຢູ່​ປັກ​ກິ່ງ ​ແລະ ບັນດາ​​ແຂວງ​ອື່ນໆ​ຂອງ ຈີນ, ບັນຍາກາດ​ຂອງ​ງານ​ບຸນ ກໍ່​ແຜ່​ລາມ​ອອກ​ດ້ວຍ​ການ​ເຄື່ອນ​ໄຫວ​ສະ​ແດງ​ສິລະ​ປະ​ອື່ນໆ. ສ່ວນ​ຢູ່ ຮົງ​ກົງ (ປະ​ເທດ ຈີນ) ການ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ໄດ້​ດຳ​ເນີ​ນ​ໄປ​ດ້ວຍ​ງານ​ບຸນ​ເດີນ​ຂະ​ບວນຄຳ່​ຄືນ​ສາກົນ​ທີ່​ເປັນ​ມູນ​ເຊື້ອ​ປະຈຳ​ປີ. ຢູ່​ສິງ​ກາ​ໂປ, ​ແຂກ​ສາກົນນັບ​ພັນ​ຄົນ​ໄດ້​​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ຕ້ອນຮັບ​ບຸນປີ​ໃໝ່​ປະ​ຈຳ​ຊາດ​ກັບ​ປະຊາຊົນ.

        ຢູ່ ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ອັງກິດ, ​ຝຣັ່ງ, ບາງ​ສະຖານ​ທີ່​ມີ​ຊາວ ອາຊີ ດຳລົງ​ຊີວິ​ດ, ບຸນປີ​ໃໝ່​ປະຈຳ​ຊາດ​ກໍ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ຟົດ​ຟື້ນ ດ້ວຍ​ການ​ຟ້ອນ​ສິງ​ໂຕ, ງານ​ບຸນ​​ເຮືອ​ມັງ​ກອນ, ປ່ອຍ​ໂຄມ​ໄຟ.

 


ຂ່າວ/ບົດ​ອື່ນ