ບັນ​ດາການ​ເຄ​ື່ອ​ນ​ໄຫວກິ​ລາ ​ຕ​ອບ​ສະ​ໜອງ Festival ທະ​ເລ ຍ​າ​ຈາງ

(VOVWORLD) -  “ການແຂ່ງຂັນກູ້ຊີບເຂດຫາດຊາຍທະເລເພື່ອແນໃສ່ແລກປ່ຽນບົດຮຽນ, ຮຽນຮູ້ບັນດາເຕັກນິກ, ທັກສະການກູ້ຊີບເຂດຫາດຊາຍທະເລ" 
ບັນ​ດາການ​ເຄ​ື່ອ​ນ​ໄຫວກິ​ລາ ​ຕ​ອບ​ສະ​ໜອງ Festival ທະ​ເລ ຍ​າ​ຈາງ - ảnh 1ບັນດາພະນັກງານກູ້ຊີບເຂົ້າຮ່ວມການແຂ່ງຂັນຢູ່ທະເລຍາຈາງ 

ນອນໃນຂອບເຂດການເຄື່ອນໄຫວເພື່ອສະເຫຼີມສະຫຼອງ Festival ທະເລຍາຈາງ ແລະ ຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2019, ວັນທີ 5 ພຶດສະພາ, ຢູ່ນະຄອນ ຍາຈາງ, ແຂວງ ແຄ໊ງຮ່ວາ, ກໍ່ໄດ້ດຳເນີນບັນດາການເຄື່ອນໄຫວກິລາ. ບັນດາເນື້ອໃນການແຂ່ງຂັນລວມມີ: ລອຍນ້ຳສືບຕໍ່ກັນ, ກູ້ຊີບດ້ວຍກົງເບ້ງ,ການປະຖົມພະຍາບານເບື້ອງຕົ້ນ, ເຕະບານຢູ່ຫາດຊາຍທະເລ, ແລ່ນມາລາທອນ…

        ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ໃຫ້ແກ່ ທີມກູ້ຊີບເຂດທ່ອງທ່ຽວ Furama ດ່ານັງ. ທ່ານ ຫງວຽນສີແຄ໊ງ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນຍາຈາງ, ແຂວງ ແຄ໊ງຮ່ວາໃຫ້ຮູ້ວ່າ:

        “ການແຂ່ງຂັນກູ້ຊີບເຂດຫາດຊາຍທະເລເພື່ອແນໃສ່ແລກປ່ຽນບົດຮຽນ, ຮຽນຮູ້ບັນດາເຕັກນິກ, ທັກສະການກູ້ຊີບເຂດຫາດຊາຍທະເລ. ຄຽງຄູ່ກັນນັ້ນ, ກໍ່ເພື່ອແນໃສ່ໂຄສະນາຢ່າງກ້ວາງຂວາງໃຫ້ແກ່ປະຊາຊົນ ແລະ ບັນດາກຳລັງຂອງບັນດາໂຮງແຮມທີ່ຕັ້ງລຽບຕາມຊາຍທະເລ, ໄດ້ຮຽນຮູ້ຖອດຖອນບົດຮຽນ. ພ້ອມແລ້ວທີ່ຈະສົມທົບກັບບັນດາກຳລັງກູ້ຊີບເປັນມືອາຊີບເພື່ອກູ້ຊີບໃຫ້ແກ່ແຂກທ່ອງທ່ຽວ ແລະ ປະຊາຊົນ”

ຕອບກັບ

ຂ່າວ/ບົດ​ອື່ນ