ບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນວັນຊາດ 2/9 ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ

(VOVWORLD) - ຄ່ຳຄືນວັນທີ 2 ກັນຍາ, ທີ່ສວນສາທາລະນະອະນຸສາວະລີ ປະທານ ໂຮ່ຈີມິນ, ດຳເນີນລາຍການສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງການປະຕິວັດເດືອນ ສິງຫາ (19/8/1945 – 19/8/2017) ແລະ ວັນຊາດ (2/9/1945 – 2/9/2017).
ບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນວັນຊາດ 2/9 ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ - ảnh 1 (ພາບປະກອບ)

  ເຂົ້າຮ່ວມລາຍການ ມີທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈີມິນ; ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນ. ລາຍການສະແດງສິລະປະປະກອບ 4 ພາກສ່ວນ ໄດ້ວາດພາບຄືນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ.

        ແລະກໍ່ໃນຄ່ຳຄືນວັນທີ 2 ກັນຍາ ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງລາຍການພົວພັນແລກປ່ຽນສິລະປະ “ວັນບຸນເອກະລາດ”. ເຂົ້າຮ່ວມລາຍການມີທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການສູນກາງ…ພ້ອມກັນນັ້ນ, ລາຍການຍັງວາດພາບຄືນປະຫວັດສາດສະຫງ່າລາສີຂອງຊາດ ເຈຶອຈານໃນບັນຍາກາດເບີກບານມ່ວນຊື່ນໃນຄວາມເປັນເອກະລາດຂອງ 72 ປີກ່ອນ ໂດຍຜ່ານບັນດາຮູບເງົາເອກະສານ.

ບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນວັນຊາດ 2/9 ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ - ảnh 2 ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງລາຍການພົວພັນແລກປ່ຽນສິລະປະ

ແລະກໍ່ໃນຄ່ຳຄືນວັນທີ 2 ກັນຍາ, ທີ່ສະໜາມຫລວງ 7/5 (ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ), ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ ຈັດຕັ້ງລາຍການສິລະປະ ຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 72 ປີແຫ່ງການປະຕິວັດເດືອນ ສິງຫາ (19/8/1945 – 19/8/2017) ແລະ ວັນຊາດທີ 2 ກັນຍາ (2/9/1945 – 2/9/2017)

ບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນວັນຊາດ 2/9 ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ - ảnh 3 ລາຍການສະແດງສິລະປະ

        

ຕອບກັບ

ຂ່າວ/ບົດ​ອື່ນ