ບັນດາການເຄື່ອນໄຫວຕົວຈິງສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3

ບັນດາການເຄື່ອນໄຫວຕົວຈິງສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3 - ảnh 1
ພາບປະກອບ

(vovworrld) - ​ເນື່ອງ​ໃນ​ໂອກາດວັນ​ແມ່ຍິງ​ສາກົນ, ວັນ​ທີ 6/3, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ຮ່າ​ໂນ້ຍ ໄດ້​ຈັດຕັ້ງພິທີ​ມອບ​ລາງວັນ​ໃຫ້​ແກ່​ພະນັກງານ​ຍິງ 8 ຄົນ​, ຜູ້​ມີ​ຜົນງານ​ດີ​ເດັ່ນ​ໃນ​ການຄົ້ນຄວ້າ​ວິທະຍາສາດ.

     ວັນ​ທີ 6/3, ສະຫະພັນ​ແມ່ຍິງ​ນະຄອນ ດາໜັງ ​ໄດ້​ຈັດຕັ້ງພິທີ​ມອບ​ລາງວັນ​ໃຫ້​ແກ່​ສະມາຄົມ​ແມ່ຍິງ 10​ ແຫ່ງທີ່​ດີ​ເດັ່ນ​ປີ 2013 ​ແລະ ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ປີ 2014. ​ໃນ​ວັນ​ດຽວກັນ, ຄະນະ​ກຳມະການ​ປະຊາຊົນນະຄອນ ຫານຟ່ອງ ​ມອບ​ລາງວັນ ​ເລ​ເຈີ​ນ ​ໃຫ້​ແກ່​ແມ່ຍິງ​ທີ່​ດີ​ເດັ່ນ ​ແລະ ໄດ້ຮັບນາມມະຍົດ​ແມ່​ຍິງ, ພະນັກງານສະມາຄົມ​ແມ່ຍິງ​ຂັ້ນພື້ນຖານທີ່ດີ​ເດັ່ນ​ປີ 2013 ລວມມີ 7 ຄົນ.

      ​ເນື່ອງ​ໃນ​ໂອກາດ​ນີ້, ​ເມື່ອ​ຕອບ​ສຳພາດ​ນັກຂ່າວ​ວິທະຍຸ​ກະ​ຈ່າຍ​ສຽງ ຫວຽດນາມ, ທ່ານ​ນາງ ບຸ​ຍທິຮວ່າ, ຮອງ​ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ ​ໃຫ້​ຮູ້​ວ່າ:

      “ ປີ 2014, ພວກ​ຂ້າພະ​ເຈົ້າສຸມ​ໃສ່​ຍົກ​ສຸງຄຸນ​ນະພາ​ບ​ການຈັດຕັ້ງສະມາຄົມ​ຂັ້ນຮາກຖານ, ພ້ອມ​ທັງ​ຍູ້​ແຮງ​ການ​ຂົນຂວາຍ​ຄອບຄົວ​ປະກອບສ່ວນ​ເຂົ້າ​ໃນ​ການ​ຂົນຂວາຍ​ສ້າງ​ຊົນນະບົດ​ໃໝ່ ​ແລະ ສ້າງ​ນະຄອນ​ສີວິ​ໄລ. ການ​ຂົນຂວາຍ​ດັ່ງກ່າວ​ໄດ້​ຜັນ​ຂະ​ຫຍາ​ຍ​ເປັນຫຼາຍປີ​ມາ​ນີ້ແຕ່​ວ່າມາ​ຮອດປີ 2014 ຈະ​ມີ​ມາດຕາ​ການ​ທີ່​ແທດ​ຈິງ,  ຜັນຂະຫຍາຍຢູ່ຂັ້ນຮາກຖານດີກວ່າເພື່ອໃຫ້ການຂົນຂວາຍນີ້ກາຍເປັນການເຄື່ອນໄຫວທະລຸ​ລົງ ​ແລະ ​​ເຕົ້າ​ໂຮມ​ໄດ້​ແມ່ຍິງ​ເຂົ້າຮ່ວມ​ຢ່າງຫຼວງຫຼາຍ, ​ແກ້​ໄຂ​ໄດ້​ບັນດາ​ບັນຫາ​ທີ່​ແມ່ຍິງ​ວາງ​ອອກ​ຢູ່​ຂັ້ນຮາກຖານຖານ. ພວກ​ຂ້າພະ​ເຈົ້າກໍ່​ຈະ​ສຸມ​ໃສ່​ການ​ຕິດຕາມ​ກວດກາ, ສັງ​ເກດ​ຕີ​ລາຄາ​ສັງຄົມ ​ແລະ ​ເຂົ້າຮ່ວມ​ປະກອບສ່ວນ​ກໍ່ສ້າງ​ພັກ, ກໍ່ສ້າງ​ອຳນາດ​ການ​ປົກຄອງ.”       


ຂ່າວ/ບົດ​ອື່ນ