ບັນດາການເຄື່ອນໄຫວຕອບສະໜອງວັນສິ່ງແວດລ້ອມໂລກ

(VOVWORLD) - ຕອນເຊົ້າວັນທີ 3 ມິຖຸນາ, ຢູ່ນະຄອນ ບາກລຽວ, ໄດ້ຈັດຕັ້ງງານໂຮມຊຸມນຸມມິດຕີງຕອບສະໜອງວັນສິ່ງແວດລ້ອມໂລກ 5 ມິຖຸນາ, ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ແລະ ເລີ່ມເຄື່ອນໄຫວບັ້ນຂົນຂວາຍຊາວໜຸ່ມ ອາສາສະໝັກ ລະດູແລ້ງປີ 2017. 

ບັນດາການເຄື່ອນໄຫວຕອບສະໜອງວັນສິ່ງແວດລ້ອມໂລກ - ảnh 1ຊາວໜຸ່ມດຳເນີນການເຄື່ອນໄຫວທຳຄວາມສະອາດຢູ່ທະເລ

(ພາບປະກອບ)

ສານຂອງວັນສິ່ງແວດລ້ອມໂລກປີ 2017 ດ້ວຍຫົວຂ້ໍວ່າ “ດຳລົງຊີວິດຢ່າງປອງດອງກັບທຳມະຊາດ” ເພື່ອແນໃສ່ຮຽກຮ້ອງ, ສົ່ງເສີມທຸກຄົນຮັບຮູ້ປະຊາຄົມແມ່ນພາກສ່ວນໜຶ່ງຂອງທຳມະຊາດ, ປະຊາຄົມຕິດພັບກັບທຳມະຊາດ, ແບ່ງປັນ, ຮຽກຮ້ອງປົກປັກຮັກສາໜ່ວຍໂລກ, ປົກປັກຮັກສາການພົວພັນປອງດອງ, ໝັ້ນຄົງລະຫວ່າງມະນຸດກັບທຳມະຊາດ. ກໍ່ໃນຕອນເຊົ້າວັນທີ 3 ມິຖຸນາ, ຢູ່ນະຄອນ ຟານທຽດ (ແຂວງ ບີ່ງທ້ວນ), ມີສະມາຊິກຊາວໜຸ່ມ, ຊາວໜຸ່ມເກືອບ 400 ຄົນໄດ້ເຂົ້າຮ່ວມບັ້ນຂົນຂວາຍ ຈົ່ງເຮັດອະນາໄມທຳຄວາມສະອາດທະເລ ໂດຍອົງການທະເລ ແລະ ທະເລໝູ່ເກາະແຂວງ ບີ່ງທ້ວນ ສົມທົບກັບຄະນະຊາວໜຸ່ມນະຄອນ ຟານທຽດ ຈັດຕັ້ງຂຶ້ນ. ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມແຂວງ ຮ່າຕິ້ງ ໄດ້ຈັດຕັ້ງງານໂຮມຊຸມນຸມມິດຕິງຕອບສະໜອງວັນສິ່ງແວດລ້ອມໂລກ, ວັນມະຫາສະໝຸດໂລກ, ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ, ເລີ່ມດຳເນີນການເຄື່ອນໄຫວຊາວໜຸ່ມ ອາສາສະໝັກລະດູແຫ້ງ 2017.

ຕອບກັບ

ຂ່າວ/ບົດ​ອື່ນ