ບັນດາການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດວັນຄອບຄົວຫວຽດນາມ 28/6

(VOVWORLD) -ເນື່ອງໃນໂອກາດວັນຄອບຄົວຫວຽດນາມ 28/6, ພະແນກສຶກສາ ແລ ກໍ່ສ້າງຮ່າໂນ້ຍໄດ້ຈັດການຍ້ອງຍໍຊົມເຊີຍ 45 ຄອບຄົວຄູສອນທີ່ດີເດັ່ນຂອງຂະແໜງຕົນ
ບັນດາການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດວັນຄອບຄົວຫວຽດນາມ 28/6 - ảnh 1 ພາບປະກອບ

ນີ້ແມ່ນບັນດາຄູສອນທີ່ດີເດັ່ນ, ມີຄວາມສາມາດທາງດ້ານວິຊາສະເພາະ, ບັນລຸຜົນງານຫຼາຍຢ່າງໃນວຽກງານຂອງຕົນ, ພ້ອມທັງມີບົດບາດຕັ້ງໜ້າໃນວຽກງານສ້າງຄອບຄົວທີ່ຜາສຸກ, ບອກສອນລູກຫຼານເປັນຄົນດີຮຽນເກັ່ງ. ເອື້ອຍຄູ ມາຍຮ່ວາງແອງ, ສັງກັດໂຮງຮຽນມັດທະຍົມຕອນປາຍ ເລກຸຍດົນ ເມືອງຮ່າດົງ ແມ່ນໜຶ່ງໃນຈຳນວນ 45 ຄອບຄົວຄູສອນທີ່ດີເດັ່ນໄດ້ຮັບການຍ້ອງຍໍຊົມເຊີຍແບ່ງປັນວ່າ : 

     “ ຂ້າພະເຈົ້າຄິດວ່າ ຈະສືບຕໍ່ກໍ່ສ້າງ ແລະ ສືບທອດມູນເຊື້ອອັນດີງາມຂອງຄົນລຸ່ນກ່ອນ ກໍຄືເຊື່ອມຊຶມວັດທະນະທຳເພື່ອວືບຕໍ່ເສີມຂະຫຍາຍເພື່ອໃຫ້ຄອບຄົວນັບມື້ນັບມີຄວາມຜາສຸກ. ບອກສອນລູກເຕົ້າເປັນຄົນຮູ້ ແລະ ຮຽນເກັ່ງ ”

    ກ່ອນໜ້ານັ້ນ, ຄືວັນທີ 27/6, ຢູ່ເທດສະບານເມືອງ ເກືອຫວຽດ, ເມືອງຢໍລິງ ແຂວງກວາງຈິ, ສະຫະພັນແມ່ຍິງແຂວງກວາງຈິໄດ້ສົມທົບກັບທະນາຄານ Knorr ຈັດວັນບຸນ “ ເຂົ້າແຊບ-ລູກແຂງແຮງ ” ເພື່ອຂ່ຳນັບຮັບຕ້ອນວັນຄອບຄົວຫວຽດນາມ 28/6.

ຕອບກັບ

ຂ່າວ/ບົດ​ອື່ນ