ບັນ​ດ​າ​ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽ​ນ​ຄັ້ງ​ທີ 53

(VOVWORLD) - ວັນທີ 7 ກັນຍາ, ໄດ້ດຳເນີນບັນດາການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງເຊິ່ງລວມມີກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ພ້ອມກັບກອງປະຊຸມ SOM ຄະນະກຳມະການສົນທິສັນຍາອາຊີຕາເວັນອອກສ່ຽງໃຕ້ ບໍ່ມີອາວຸດນິດເຄຼຍ (SEANWFZ).
ບັນ​ດ​າ​ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽ​ນ​ຄັ້ງ​ທີ 53 - ảnh 1ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຈະເປັນປະທານບັນດາກອງປະຊຸມ (ພາບ: TTXVN) 

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 9 – 12 ກັນຍາຕາມຮູບການທາງອອນລາຍ. ຕາງໜ້າໃຫ້ປະທານອາຊຽນ 2020, ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຈະເປັນປະທານບັນດາກອງປະຊຸມ.

        ທີ່ບັນດາກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີຈະສຸມໃສ່ປຶກສາຫາລືກ່ຽວກັບການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19 ໃນພາກພື້ນ ແລະ ທົ່ວໂລກ ພ້ອມກັບບັນດາມາດຕະການຮັບມືກັບໂລກລະບາດ. ບັນດາລັດຖະມົນຕີຈະສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ໃນນັ້ນໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮັກສາຄວາມມານະພະຍາຍາມປະຕິບັດຖະແຫຼງການກ່ຽວກັບວິທີການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກຢ່າງມີປະສິດທິຜົນ, ແທດຈິງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ