ບັນ​ດາ​ການ​ເຄື່ອນ​ໄຫວ​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ພາກ​ກາງ​ຫວຽດ​ນາມ

(VOVWORLD) -ວັນທີ 19 ຕຸລາ, ບັນດາການເຄື່ອນໄຫວບໍລິຈາກ, ສະໜັບສະໜູນປະຊາຊົນພາກກາງຫວຽດນາມ ເພື່ອແກ້ໄຂຜົນຮ້າຍຈາກພະຍຸນ້ຳຖ້ວມ ສືບຕໍ່ໄດ້ຈັດຂຶ້ນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.
ບັນ​ດາ​ການ​ເຄື່ອນ​ໄຫວ​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ພາກ​ກາງ​ຫວຽດ​ນາມ - ảnh 1ການສະໜັບສະໜູນຢູ່ ວິທະຍຸກະຈາຍສຽງຫວຽດນາມ

      ຕອນເຊົ້າວັນທີ 19 ຕຸລາ, ຫ້ອງວ່າການລັດຖະບານ ໄດ້ຈັດການຂົນຂວາຍແຜ່ບໍລິຈາກສະໜັບສະໜູນປະຊາຊົນເຂດພາກກາງ ທີ່ພວມຖືກເສຍຫາຍຍ້ອນສະພາບຝົນຕົກ, ນ້ຳຖ້ວມຄັ້ງປະຫວັດສາດນີ້. ເຂົ້າຮ່ວມການແຜ່ບໍລິຈາກນີ້ມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ບັນດາຮອງນາຍົກລັດຖະມົນຕີ ແລະ ພະນັກງານ, ພາລະກອນ, ລັດຖະກອນ, ຊາວຜູ້ອອກແຮງງານຫຼາຍຄົນຂອງຫ້ອງວ່າການລັດຖະບານ.

   ແລະ ກໍ່ໃນຕອນເຊົ້າຂອງວັນທີ 19 ຕຸລາ, ກະຊວງການຕ່າງປະເທດຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ ໄດ້ປຸກລະດົມການສະໜັບສະໜູນ ປະຊາຊົນພາກກາງຫວຽດນາມ ທີ່ຖືກຜົນສະທ້ອນຈາກພະຍຸນ້ຳຖ້ວມ. ທີ່ພິທີ, ທ່ານຫງວຽນເທກີ, ຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານ, ນັກຂ່າວ, ບັນນາທິການ, ນັກເຕັກນິກ, ນັກສິລະປິນ…ແຕ່ລະຄົນສະໜັບສະນູນຢ່າງໜ້ອຍສຸດ ແມ່ນເງິນເດືອນມື້ໜຶ່ງ ເພື່ອແບ່ງປັນຄງາມຫຍຸ້ງຍາກ ກັບປະຊາຊົນສອງແຂວງ ກວາງຈິ້ ແລະ ເທື່ອທຽນເຫ້ວ.

   ແລະ ກໍ່ຢູ່ຮ່າໂນ້ຍ, ກົມໃຫ່ຍປ້ອງກັນ, ຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ) ສົມທົບກັບບັນດາສະມາຊິກຂອງຄູ່ຮ່ວມມືຫລຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ໄດ້ຈັດການ “ຂົນຂວາຍການໜູນຊ່ວຍປະຊາຊົນບັນດາແຂວງພາກກາງຖືກຜົນເສຍຫາຍຈາກໄພນ້ຳຖ້ວມ”. ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນຮ່ວາງຮຽບ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຢືນຢັນວ່າ,

   ພວກຂ້າພະເຈົ້າໄດ້ກະກຽມບັນດາວັດຖຸ, ສະບຽງອາຫານພື້ນຖານ, ໂດຍສະເພາະແມ່ນຢຸກຢາ ເພື່ອປ້ອງກັນ ຕ້ານໂລກລະບາດໃນໄລຍະເກີດນ້ຳຖ້ວມ ແລະ ຫຼັງຈາກນັ້ນ. ບັນດາເງື່ອນໄຂກໍ່ໄດ້ກະກຽມ, ຫຼັງຈາກນ້ຳຖ້ວມຫລຸດລົງກໍ່ ສາມາດເຮັດອະນາໄມສິ່ງແວດລ້ອມ, ການຜະລິດກັບຄືນເປັນປົກກະຕິ.

  ສ່ວນຢູ່ບັນດາແຂວງບັກຢາງ, ຊອກຈັງ…ກໍ່ໄດ້ຈັດພິທີປຸກລະດົມ, ສະໜັບສະໜູນປະຊາຊົນພາກກາງ ທີ່ຖືກຜົນສະທ້ອນຈາກພະຍຸນ້ຳຖ້ວມເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ