ບັນດາການເຄື່ອນໄຫວຟົດຟື້ນມ່ວນຊື່ນເນື່ອງໃນໂອກາດງານບຸນ ດອກຝາງແດງ 2018

(VOVWORLD) - ງານບຸນ ດອກຝາງແດງແມ່ນເຫດການທ່ອງທ່ຽວ - ວັດທະນະທຳປະຈຳປີ ໄດ້ກາຍເປັນເຄື່ອງໝາຍການຄ້າຂອງນະຄອນ ຫາຍຟ່ອງ ໃນ 7 ປີມານີ້

ບັນດາການເຄື່ອນໄຫວຟົດຟື້ນມ່ວນຊື່ນເນື່ອງໃນໂອກາດງານບຸນ ດອກຝາງແດງ 2018	 - ảnh 1ຖະໜົນຫົນທາງຢູ່ຫາຍຟ່ອງໄດ້ຮັບການປະດັບປະດາຢ່າງສວຍງາມ

(ພາບປະກອບ)

ໃນຂອບເຂດງານບຸນດອກຝາງແດງ 2018, ນະຄອນ ຫາຍຟ່ອງ ໄດ້ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ການທ່ອງທ່ຽວທີ່ດູດດື່ມ. ງານບຸນ ດອກຝາງແດງແມ່ນເຫດການທ່ອງທ່ຽວ - ວັດທະນະທຳປະຈຳປີ ໄດ້ກາຍເປັນເຄື່ອງໝາຍການຄ້າຂອງນະຄອນ ຫາຍຟ່ອງ ໃນ 7 ປີມານີ້. ປີນີ້, ງານບຸນມີຫົວຂໍ້ວ່າ “ຫາຍຟ່ອງ ບືນຕົວອອກສູ່ທະເລກ້ວາງໃຫຍ່” ແລະ ຕິດພັນກັບໂອກາດສະເຫຼີມສະຫຼອງ 63 ປີແຫ່ງວັນປົດປ່ອຍນະຄອນ ຫາຍຟ່ອງ (13/5/1955 -13/5/2018).

        ໃນຕະຫຼອດເວລາຈັດຕັ້ງງານບຸນມີການເຄື່ອນໄຫວຕອບສະໜອງ 54 ຢ່າງ, ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ທ່ານ ດ່ວານວັນດຽວ, ຊາວ ຫາຍຟ່ອງ ໄດ້ໄປຊົມງານວາງສະແດງຮູບພາບສີລະປະ “ຫາຍຟ່ອງ ບືນຕົວອອກສູ່ທະເລກ້ວາງໃຫຍ່”, ແບ່ງປັນວ່າ:

“ຂ້າພະເຈົ້າໄດ້ຮັບຊົມບັນດາຮູບພາບນັບແຕ່ກ່ອນມາຮອດປະຈຸບັນ ແລະ ເຫັນວ່າ ຫາຍຟ່ອງ ມີການປ່ຽນແປງຫຼາຍຢ່າງ, ສະແດງວ່າ ຫາຍຟ່ອງ ນັບມື້ນັບພັດທະນາ. ປະຊາຊົນຂອງ ຫາຍຟ່ອງ ມີຄວາມປິຕິຊົມຊື່ນ, ພາກພູມໃຈທີ່ສຸດ. ຫວັງວ່າ, ນະຄອນ ຫາຍຟ່ອງ ຈະສືບຕໍ່ພັດທະນາຢ່າງແຮງ, ນຳມາເຊິ່ງຊີວິດນັບມື້ນັບດີງາມກ່ວາໃຫ້ແກ່ປະຊາຊົນ.”

ຕອບກັບ

ຂ່າວ/ບົດ​ອື່ນ