ບັນດາການເຄື່ອນໄຫວຢ່າງແທດຈິງເນື່ອງໃນໂອກາດສະເຫຼີມສະຫຼອງວັນກິລາຫວຽດນາມ 27 ມີນາ

(VOVWORLD) -ວັນທີ 27 ມີນາ, ຢູ່ຮ່າໂນ້ຍ ໄດ້ດຳເນີນລາຍການ “ກິລາກາຍຍະກຳຫວຽດນາມ ສະຫງ່າລາສີ” ແລະ ພິທີມອບລາງວັນໃຫ້ນັກກິລາ, ຄູຝຶກດີເດັ່ນ, ນັກກິລາພິການ, ຄູຝຶກກິລາຄົນພິການດີເດັ່ນທົົ່ວປະເທດປີ 2020.

ວັນທີ 27 ມີນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງກິລາກາຍຍະກຳຫວຽດນາມ (27 ມີນາ 1930 – 27 ມີນາ 2021), ຫໍພິພິດທະພັນໂຮ່ຈີມິນ ສາຂານະຄອນໂຮ່ຈີມິນ ໄດ້ໄຂງານວາງສະແດງດ້ວຍຫົວເລື່ອງສະເພາະ “ປະທານ ໂຮ່ຈີມິນ ກັບກິລາກາຍຍະກຳ ຫວຽດນາມ”. ດ້ວຍເອກະສານ, ຮູບພາບ, ຫຼຽນກາ, ຫຼຽນໄຊກວ່າ 150 ຢ່າງທີ່ໄດ້ນຳມາວາງສະແດງ. ງານວາງສະແດງໄດ້ນຳສະເໜີໃຫ້ແຂກທີ່ມາຢ້ຽມຊົມ 3 ເນື້ອໃນຄື: ທັດສະນະຂອງປະທານ ໂຮ່ຈິມິນ ກ່ຽວກັບກິລາກາຍຍະກຳ; ພັກ ແລະ ລັດ ເອົາໃຈໃສ່, ຊີ້ນຳພາລະກິດກິລາກາຍຍະກຳຂອງຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ປະຕິບັດຄຳສັ່ງສອນຂອງ ເພິ່ນ ກ່ຽວກັບກິລາກາຍຍະກຳ.

        ວັນທີ 27 ມີນາ, ຢູ່ຮ່າໂນ້ຍ ໄດ້ດຳເນີນລາຍການ “ກິລາກາຍຍະກຳຫວຽດນາມ ສະຫງ່າລາສີ” ແລະ ພິທີມອບລາງວັນໃຫ້ນັກກິລາ, ຄູຝຶກດີເດັ່ນ, ນັກກິລາພິການ, ຄູຝຶກກິລາຄົນພິການດີເດັ່ນທົົ່ວປະເທດປີ 2020. ທີ່ພິທີມອບລາງວັນໃຫ້ແກ່ນັກກິລາ, ຄູຝຶກດີເດັ່ນປີ 2020, ນັກເຕະບານ ຫງວຽນວັນກວ໊ຽດ ຂອງສະໂມສອນບານເຕະ ຮ່າໂນ້ຍ, ຜູ້ນຳໜ້າໃນບັນຊີລາຍຊື່ການຄັດເລືອກ, ແບ່ງປັນວ່າ.

        “ຂ້າພະເຈົາຮູ້ສຶກເປັນກຽດເມື່ອໄດ້ຮັບນາມມະຍົດຂອງກິລາເວົ້າລວມ ແລະ ພິເສດແມ່ນປະເພດກິລາບານເຕະ. ເພື່ອຍາດໄດ້ນາມມະຍົດນີ້ ສຳລັບຂ້າພະເຈົ້າເອງ ຕ້ອງຍາດໄດ້ຜົນງານທີ່ດີຢູ່ສະໂມສອນ ກໍ່ຄືຢູ່ທິມກິລາບານເຕະແຫ່ງຊາດ. ສຳລັບຂ້າພະເຈົ້າເອງ, ນີ້ແມ່ນຄວາມເອກອ້າງທະນົງໃຈ, ແຕ່ໃຫຍ່ກວ່າແມ່ນຢາກສົ່ງຄຳຂອບໃຈມາຍັງໝູ່ຄະນະສະໂມສອນບານເຕະຮ່າໂນ້ຍ ທີ່ໄດ້ພ້ອມກັບຂ້າພະເຈົ້າແຂ່ງຂັນບັນລຸຜົນສຳເລັດໃນປີ 2020”.

        ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ ຮະລອງ, ຄະນະກຳມະການປະຊາຊົນແຂວງ ກວາງນິງ ໄດ້ຈັດພິທີປຸກລະດົມບັ້ນຂົນຂວາຍ “ທົ່ວປວງຊົນອອກກຳລັງກາຍຕາມແບບຢ່າງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່” ໄລຍະ 2021 – 2030 ແລະ ວັນແລ່ນ Olympic ເພື່ອສຸຂະພາບຂອງທົ່ວປວງຊົນ.

        ເພື່ອຂ່ຳນັບຮັບຕ້ອນວັນກິລາຫວຽດນາມ, ວັນທີ 27 ມີນາ, ພະແນກວັດທະນະທຳ ແລະ ກິລາ ດ່ານັ້ງ ໄດ້ຈັດ “ວັນແລ່ນ ແລະ ລານ Olympic ເພື່ອສຸຂະພາບຂອງທົ່ວປວງຊົນປີ 2021”.

ຕອບກັບ

ຂ່າວ/ບົດ​ອື່ນ