ບັນດາການເຄື່ອນໄຫວຢ່າງແທດຈິງໃນເດືອນຊາວໜຸ່ມ

(VOVWORLD) - ເຖິງວ່າໂລກລະບາດ Covid-19 ພວມຜັນແປຢ່າງສັບສົນກໍ່ຕາມ, ແຕ່ບັນດາການເຄື່ອນໄຫວຕອບສະໜອງເດືອນຊາວໜຸ່ມ 2020 ຍັງດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດ ດ້ວຍບັນດາລາຍການເຄື່ອນໄຫວມີຄວາມໝາຍ, ຮັບປະກັບວຽກງານປ້ອງກັນ, ຄວບຄຸມໂລກລະບາດ.

        ດ້ວຍຫົວຂໍ້ເດືອນຊາວໜຸ່ມປີນີ້ “ຊາວໜຸ່ມແຂວງ ດັກລັກ ອາສາສະໝັກ, ປະດິດຄິດສ້າງ ເພື່ອປະເທດຊາດຮັ່ງມີເຂັ້ມແຂງ, ສີວິໄລ”, ຄະນະຊາວໜຸ່ມແຂວງ ດັກລັກ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວລະອຽດຄື: ຊາວໜຸ່ມອາສາສະໝັກເພື່ອຊີວິດການເປັນຢູ່ວົງຄະນະຍາດ, ຮ່ວມແຮງຮ່ວມໃຈກັນສ້າງຊົນນະບົດໃໝ່, ເຂົ້າຮ່ວມການສ້າງຕົວເມືອງອັດສະລິຍະ; ຊຸກຍູ້ຈິດໃຈປະດິດຄິດສ້າງ, ຄົ້ນຄວ້າວິທະຍາສາດຂອງຊາວໜຸ່ມ.

        ຫລາຍແຂວງ, ນະຄອນກໍ່ມີບັນດາຮູບການ, ວີທີເຮັດວຽກຢ່າງມີຫົວຄິດປະດິດສ້າງ, ເສີມຂະຫາຍຈິດໃຈປະຈັນບານ, ອາສາສະໝັກຂອງ ຊາວໜຸ່ມ ຮ່ວມແຮງຮ່ວມໃຈເພື່ອສະກັດກັ້ນ, ຄວບຄຸມພະຍາດ Covid-19 ເໝາະສົມກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ