ບັນດາການເຄື່ອນໄຫວວັດທະນະທຳ, ສິລະປະໃນໂອກາດວັນບຸນເອກະລາດຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ

(VOVWORLD) - ເນື່ອງໃນໂອກາດວັນສະຖາປະນາປະເທດ ສສ ຫວຽດນາມ ທີ 2 ກັນຍາ, ບັນດາຕາແສງ, ເມືອງຕ່າງໆໃນບໍລິເວນແຂວງ ລາຍເຈົາ ໄດ້ຈັດຕັ້ງວັນບຸນວັດທະນະທຳບັນດາເຜົ່າ. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ແຂກທ່ອງທ່ຽວ ໄດ້ເຈືອຈານເຂົ້າກັບບັນຍາກາດວັດທະນະທຳ, ສິລະປະ, ຮັດແໜ້ນຄວາມສາມັກຄີບັນດາເຜົ່າ. 
ບັນດາການເຄື່ອນໄຫວວັດທະນະທຳ, ສິລະປະໃນໂອກາດວັນບຸນເອກະລາດຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ - ảnh 1 ການແຂ່ງຂັນຊ່ວງເຮືອໃນແມ່ນ້ຳເຮືອງ

ຢູ່ບັນດາເມືອງຄື: ຕາມເດື່ອງ, ເຕີນອວຽນ, ນະຄອນລາຍເຈົາ ກໍ່ໄດ້ຈັດຕັ້ງງານບຸນແຂ່ງຂັນ ເກັບຊາ “ຝາມືຄຳ”. ທ່ານນາງ ເຕີ໋ນທິເກ້ວ, ຮອງປະທານຄະນະກຳມະການປະຊາຊົນເມືອງ ຕາມເດື່ອງ, ແຂວງ ລາຍເຈົາ, ໃຫ້ຮູ້ວ່າ:

        “ງານບຸນ ຝາມືຄຳ ແມ່ນໜຶ່ງໃນບັນດາການເຄື່ອນໄຫວ, ທີ່ພົ້ນເດັ່ນຂອງວັນບຸນວັດທະນະທຳບັນດາຊົນເຜົ່າເມືອງ ຕາມເດື່ອງ. ຈຸດປະສົງ, ຄວາມໝາຍ ຂອງວັນບຸນແມ່ນເພື່ອແນໃສ່ເຊີດຊູບັນດາຜູ້ຜະລິດ ແລະ ປູກຕົ້ນຊາ, ພິເສດ, ໄດ້ສົ່ງເສີມໃຫ້ຊາວກະສິກອນປະຕິບັດກະເສດສຸມຕາມມາດຖານຄຸນນະພາບສູງ. ພວກຂ້າພະເຈົ້າກໍ່ຫວັງວ່າ, ຜ່ານການເຄື່ອນໄຫວນີ້ ເພື່ອສົ່ງເສີມໃຫ້ປະຊາຊົນມີການພົບປະແລກປ່ຽນ,  ຖອດຖອນບົດຮຽນນຳກັນເພື່ອບັນລຸມາດຖານ VietGap”

        ຕອນເຊົ້າວັນທີ 2 ກັນຍາ, ຢູ່ເດີ່ນທີ່ອະນຸສາວະລີ ໄຊຊະນະດ້ຽນບຽນຝູ, ໄດ້ດຳເນີນການເຄື່ອນໄຫວວັດທະນະທຳ, ກິລາ, ສະແດງວັນນະຄະດີສິລະປະຫຼາຍຢ່າງ… ເອື້ອຍ ລູ່ທິຍູງ, ຢູ່ບ້ານ ປ໋ານ, ຕາແສງ ແທງອຽນ, ເມືອງ ດ້ຽນບຽນ, ໄດ້ແບ່ງປັນວ່າ:

        “ເມື່ອໄດ້ເຂົ້າຮ່ວມງານບຸນ, ຂ້າພະເຈົ້າຮູ້ສຶກວ່າ ການລະຫຼິ້ນ ແມ່ນມ່ວນຫຼາຍ. ສະເພາະການລະຫຼິ້ນໂຍນໝາກຄອນ ນີ້ແມ່ນມ່ວນ ທີ່ສຸດ, ຂ້າພະເຈົ້າມີຄວາມປະຕິຊົມຊື່ນເມື່ອເຫັນໄດ້ວ່າ ປະຊາຊົນ ບັນດາຊົນເຜົ່າ ມີຄວາມສາມັກຄີນຳກັນ.”

        ຢູ່ແຂວງ ເທື່ອທຽນ - ເຫ້ວ, ຕອນເຊົ້າວັນທີ 2 ກັນຍາ, ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງໄດ້ຈັດຕັ້ງການແຂ່ງຂັນຊ່ວງເຮືອທີ່ເປັນມູນເຊື້ອໃນແມ່ນ້ຳ ເຮືອງ.

        ຢູ່ນະຄອນໂຮ່ຈີມິນ, ໄດ້ມີຊາວໜຸ່ມກຳມະກອນ  100 ຄູ່ໄດ້ຈັດຕັ້ງງານດອງຮ່ວມກັນໃນໂອກາດວັນຊາດທີ 2 ກັນຍາ ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ