ບັນດາການເຄື່ອນໄຫວວັດທະນະທຳຂ່ຳນັບຮັບຕ້ອນ IPU 132

ບັນດາການເຄື່ອນໄຫວວັດທະນະທຳຂ່ຳນັບຮັບຕ້ອນ IPU 132  - ảnh 1
ພິ​ທີໄຫວ້​ບູ​ຊາ​ເຈົ້າ​ເຂົ້າຂອງພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ເອ​ເດ

     (vovworld)- ໂດຍນອນ​ໃນ​ຂອບເຂດ ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຂ່ຳ​ນັບ​ຮັບ​ຕ້ອນ IPU 132, ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ ເທດ​ສະ​ບານ ເຊີນ​ໄຕ, ຮ່າ​ໂນ້ຍ, ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ມະ ແຂວງ ເລີມ​ດົງ ແລະ ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ເອ​ເດ ແຂວງ ດັກ​ລັກ ໄດ້​ວາດ​ພາບ​ຄືນ​ງານ​ບຸນ ຢາງກອຍ-ໄຫວ້​ບູ​ຊາ​ເຈົ້າ​ເຂົ້າ ແລະ ພິ​ທີ​ແຫ່​ຕົ້ນ​ໄມ້​ໄຜ່. ທ່ານ​ຫງວຽນ​ດຶກ​ເຖາະ ຫົວ​ໜ້າ​ຂະ​ແໜງວິ​ຊາ​ສະ​ເພາະ, ສູນ​ວັດ​ທະ​ນະ​ທຳ​ແຂວງ ເລີມ​ດົງ ໃຫ້​ຮູ້​ວ່າ :

    “ ນີ້​ແມ່ນ​ພິ​ທີ​ໄຫວ້​ບູ​ຊາ​ອັນ​ເປັນ​ປະ​ເພ​ນີ, ພາຍຫຼັງ​ການ​ເກັບ​ກ່ຽວ​ເຂົ້າ​ຍາມລະ​ດູ​ໃບ​ໄມ້ຫຼົ່ນ​ແຕ່​ລະ​ປີ, ຊາວ​ບ້ານ​ໄດ້​ພ້ອມ​ກັນ​ຈັດ​ພິ​ທີ​ໄຫວ້​ບູ​ຊາ ເພື່ອ​ຕອບ​ບຸນ​ແທນ​ຄຸນ​ຕໍ່​ເຈົ້າ​ເຂົ້າ​ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ທຳ​ການ​ຜະ​ລິດ​ເຂົ້າ​ໄດ້​ຮັບ​ຜົນ​ດີ, ມີ​ຄວາມ​ອີ່ມ​ໜຳ​ສຳ​ລານ ”

    

ຂ່າວ/ບົດ​ອື່ນ