ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ

(VOVWORLD) - ຕອນເຊົ້າວັນທີ 17 ພຶດສະພາ, ທີ່ຫໍປະຊຸມກອງບັນຊາການທະຫານເຂດ 4 ແຂວງ ເງະອານ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຈັດຕັ້ງລາຍການພົບປະສັງສັນ
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ - ảnh 1 ການເຄື່ອນໄຫວສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (ພາບ: ຫວຽດນາມ+)

ເຊີດຊູ 127 ຄົນທີ່ເປັນແບບຢ່າງກ້າວໜ້າທົ່ວກອງທັບໃນການປະຕິບັນບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດສ່ວນຄວາມເກັ່ງກ້າສາມາດ, ສົມເປັນທະຫານລຸງໂຮ່”. ກ່າວຄຳເຫັນນະທີ່ນີ້ ພົນເອກ ໂງຊວນລີ້ກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ:

        “ຄວນນຳບັ້ນຂົນຂວາຍພັດທະນາຂຶ້ນສູ່ບາດກ້າວໃໝ່ ກ້ວາງຂວາງໃນທົ່ວກົມກອງ, ໃນທົ່ວກອງທັບ ປະກອບສ່ວນສ້າງກອງທັບເຂັ້ມແຂງທາງດ້ານການເມືອງ, ສົມເປັນໜຶ່ງໃນບັນດາກົມກອງແຖວໜ້າ ໃນການຮ່ຳຮຽນປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ. ປ່ຽນໃໝ່ເນື້ອໃນ, ມາດຕະການຢ່າງບໍ່ຢຸດຢັ້ງ. ເສີມຂະຫຍາຍບົດບາດບັນດາພາຫະນະສື່ມວນຊົນເປັນຢ່າງດີ ຍູ້ແຮງບັນດາການເຄື່ອນໄຫວໂຄສະນາ, ປະດິດແຕ່ງ ແນໃສ່ເຮັດໃຫ້ບັ້ນຂົນຂວາຍເສີມຂະຫຍາຍປະສິດທິຜົນເຂົ້າສູ່ພຶດຕິກຳຕົວຈິງ”.

        ແລະກໍ່ໃນຕອນເຊົ້າວັນທີ 17 ພຶດສະພາ, ທີ່ນະຄອນ ໂຮ່ຈີມິນ, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ນະຄອນຈັດຕັ້ງພິທີໄຂງານວາງສະແດງ “ປະທານ ໂຮ່ຈີມິນ ຍືນຍົງຄົງຕົວໃນຈິດໃຈຊາວ ຫວຽດນາມ ຕະຫລອດໄປ”

ຕອບກັບ

ຂ່າວ/ບົດ​ອື່ນ