ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ ຫ​ວຽດ​ນາມ ໄທ

(VOVWORLD) -ທີ່ກອງປະຊຸມ, ບັນດານັກຮຽນຮູ້ໄດ້ປຶກສາຫາລືກ່ຽວກັບບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງການຮ່ວມມື ລະຫວ່າງ ຫວຽດນາມ ໄທ ໃນທຸກຂົງເຂດການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ, ການພົວພັນປະຊາຊົນ...
ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ ຫ​ວຽດ​ນາມ ໄທ - ảnh 1ບັນດານັກຮຽນຮູ້ເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ໄທ (6 ສິງຫາ 1976 – 6 ສິງຫາ 2021) ວັນທີ 6 ສິງຫາ, ສະຖາບັນຄົ້ນຄ້ວາສາກົນ ແລະ ຄວາມໝັ້ນຄົງ ຂຶ້ນກັບມະຫາວິທະຍາໄລ ຈຸລາລົງກອນ, ລາຊະອານາຈັກໄທ ແລະ ສະຖາບັນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບສະພາບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບແງ່ຫວັງໃນອະນາຄົດຂອງ ໄທ ແລະ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງ ບັນດານັກຮຽນຮູ້ສອງປະເທດ.

ທີ່ກອງປະຊຸມ, ບັນດານັກຮຽນຮູ້ໄດ້ປຶກສາຫາລືກ່ຽວກັບບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງການຮ່ວມມື ລະຫວ່າງ ຫວຽດນາມ ໄທ ໃນທຸກຂົງເຂດການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ, ການພົວພັນປະຊາຊົນ, ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ, ການສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາກົນໄກຫຼາຍຝ່າຍ, ບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ລະຫວ່າງສອງປະເທດ ຍັງມີແງ່ຫວັງພັດທະນາຫຼາຍຢ່າງໃນການຮ່ວມມືເສດຖະກິດ, ການເມືອງ, ການເຊື່ອມຕໍ່, ແຮງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສະພາບການໂລກອຸ່ນຂຶ້ນໃນຂອບເຂດສອງຝ່າຍ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ