ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 91 ປີ ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ

(VOVWORLD) - ໂດຍຂ່ຳນັບຮັບຕ້ອນວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄົບຮອບ 91 ປີ (26/03/1931 – 26/03/2022), ວັນທີ 25 ມີນາ, ທ່ານ ຫງວຽນແອັງຕວ໊ນ ເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມີການພົບປະໂອ້ລົມກັບສະມາຊິກຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນ, ອະນຸຊົນຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍຫົວຂໍ້ “ຄວາມຄາດຫວັງຢາກອຸທິດສ່ວນ, ວິຖີລົງຊີວິດຂອງຊາວໜຸ່ມ”. 

       ເນື້ອໃນການໂອ້ລົມສົນທະນາແບບທາງໄກໃນປີນີ້ ໄດ້ປີ່ນອ້ອມບັນດາບັນຫາກ່ຽວກັບພາລະບົດບາດ, ໜ້າທີ່ຂອງອົງການຈັດຕັ້ງຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ, ຊາວໜຸ່ມ ເພື່ອແນໃສ່ຍົກສູງຄວາມຄາດຫວັງຢາກອຸທິດສ່ວນຂອງຊາວໜຸ່ມ ເພື່ອຫັນເປົ້າໝາຍ, ໜ້າທີ່, ມາດຕະການ, ແຜນນະໂຍບາຍທີ່ລະບຸໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ເປັນລະອຽດ; ວາງແຜນເພື່ອໃຫ້ອົງການຈັດຕັ້ງຊາວໜຸ່ມເຂົ້າຮ່ວມການຟື້ນຟູ ແລະ ພັດທະນາເສດຖະກິດຂອງປະເທດຊາດພາຍຫຼັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ໃນການໂອ້ລົມສົນທະນາ, ສະມາຊິກຊາວໜຸ່ມ, ໄວໜຸ່ມກໍໄດ້ແລກປ່ຽນບັນດາຄຳເຫັນກ່ຽວກັບກົນໄກ, ນະໂຍບາຍຂອງພັກ, ລັດ ຕື່ມອີກ ເພື່ອແນໃສ່ໜູນຊ່ວຍ, ຂະຫຍາຍສະມາຊິກຊາວໜຸ່ມ, ໄວໜຸ່ມຢູ່ພາຍໃນ ແລະ ຕ່າງປະເທດ; ສະເໜີບັນດາເປົ້າໝາຍ, ມາດຕະການໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນອະນຸຊົນໃນໄລຍະຈະມາເຖິງ.

        ຕອນຄ່ຳວັນທີ 25 ມີນາ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ກໍ່ໄດ້ຈັດຕັ້ງ ລາຍການສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເຊັ່ນດຽວກັນ.

     ໃນຂະນະນັ້ນ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ດຳເນີນບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ (26/3/1931 – 26/3/2022).

      ຕອນເຊົ້າວັນທີ 26/3, ຄະນະຊາວໜຸ່ມນະຄອນ ດ່ານັ້ງ ໄດ້ດຳເນີນລາຍການສົນທະນາປະຈຳເດືອນ 3 ລະຫວ່າງການນຳນະຄອນ ແລະ ບັນດາຜູ້ແທນຊາວໜຸ່ມ ດ້ວຍຫົວຂໍ້ວ່າ “ວິທີການແກ້ໄຂຍົກສູງປະສິດທິຜົນການປະຕິບັດຍຸດທະສາດພັດທະນາຊາວໜຸ່ມນະຄອນ ດ່າໜັງ ໄລຍະ 2021-2030”. ລາຍການ “ສົນທະນາເດືອນມີນາ” ໂດຍນະຄອນ ດ່າໜັງ ໄດ້ຈັດຕັ້ງໃນເດືອນຊາວໜຸ່ມແຕ່ລະປີ, ແມ່ນໂອກາດເພື່ອໃຫ້ການນຳນະຄອນກຳແໜ້ນສະພາບການ, ຮັບຟັງຂໍ້ສະເໜີແນະຂອງຊາວໜຸ່ມ; ຊີ້ນຳ, ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງຢ່າງທັນການ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງຊາວໜຸ່ມນະຄອນໃນການເຄື່ອນໄຫວພັດທະນາເສດຖະກິດ - ສັງຄົມ, ກໍ່ສ້າງອົງການຊາວໜຸ່ມ ໃຫ້ເຂັ້ມແຂງ.

        ແລະກໍ່ໃນວັນດຽວກັນ, ຄະນະຊາວໜຸ່ມນະຄອນເກີນເທີ ແລະ ບໍລິສັດໄຟຟ້ານະຄອນ ເກີນເທີ ໄດ້ຈັດຕັ້ງພິທີປຸກລະດົມການເຄື່ອນໄຫວຕອບສະໜອງບັ້ນຊົ່ວໂມງໜ່ວຍໂລກໂລກ 2022. ພາຍຫຼັງພິທີປຸກລະດົມ, ໄວໜຸ່ມນະຄອນໄດ້ຈັດຕັ້ງການປູກຕົ້ນໄມ້ 2.000 ຕົ້ນ ແລະ ບູລະນະລະບົບຄັນຄູ່ຕ້ານດິນເຊາະເຈືອນ. ສ້າງທັດສະນີສະພາບສິ່ງແວດລ້ອມ….


ຕອບກັບ

ຂ່າວ/ບົດ​ອື່ນ