ບັນດາການເຄື່ອນໄຫວສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງແຂວງບັກກ້ານຄືນໃໝ່

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງແຂວງບັກກ້ານຄືນໃໝ່ - ảnh 1
ການ​ປະຊຸມ​ຂ່າວ​ (ພາບ: VanLa)

(vovworld) - ບັນດາການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ບັກ​ກ້ານ ຄືນ​ໃໝ່ ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 15/12/2016 – 02/01/2017. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 15/12 ຢູ່ ຮ່າ​ໂນ້ຍ, ທ່ານ ຟ້າ​ມຢູຍຮື​ງ ຮ​ອງປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ກ້ານ ​ໃຫ້​ຮູ້​ວ່າ ​ເລື່ອງ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ບັກ​ກ້ານ ຄືນ​ໃໝ່ (01/01/1997 – 01/01/2017) ​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ, ​ເຫດການ​ວັດທະນະທຳ​ມີ​ຄວາມ​ໝາຍ​ຍິ່ງ​ສຳລັບ​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ​ ບັກ​ກ້ານ, ສ້າງ​ຂີດ​ໝາຍ​ແຫ່ງ​ຜົນງານ​ປ່ຽນ​ໃໝ່​ຂອງ​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ ບັກ​ກ້ານ. ທ່ານ ຟ້າ​ມຢູຍຮື​ງ ຮ​ອງປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ກ້ານ ​ໃຫ້​ຮູ້​ວ່າ:

        “ບັນດາ​ການ​ເຄື່ອນ​ໄຫວ​ສະ​ເລີມ​ສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂ​ວງ ບັກ​ກ້ານ ຄືນ​ໃໝ່ ​ໄດ້​ຮັບ​ການຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ສຶກສາມູນ​ເຊື້ອ​ປະຫວັດສາດ, ວັດທະນະທຳ, ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ຄວາມຮັກຕໍ່​ບ້ານ​ເກີດ​ເມືອງ​ນອນ. ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ ສະຫຼອງ ດັ່ງກ່າວ ພວກ​​ເຮົາ​ປາດ​ຖະໜາ​ຢາກ​ລະດົມ​ກຳລັງໃຈພະນັກງານ, ປະຊາຊົນ​ໃນ​ແຂວງ​ທຸກ​ຊັ້ນ​ວັນນະ ຕັ້ງ​​ໜ້າອອກ​ແຮງ​ງານ​ການ​ຜະລິດ, ປະກອບສ່ວນ​ກໍ່ສ້າງ​ແຂວງ  ບັກ​ກ້ານ ​ໃຫ້ນັບ​ມື້​ນັບ​ພັດ​ມະ​ນາ.”

 

ຂ່າວ/ບົດ​ອື່ນ